ພາບປະກອບຈາກ Trần Lê Lâm – TTXVN
|
(vovworld) – ຕອນເຊົ້າວັນທີ 23/1, ຢູ່ຮ່າໂນ້ຍ, ກົມປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ ທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຂອງຕົນ (28/1/2005 – 28/1/2015) ແລະ ຕ້ອນຮັບຫຼຽນໄຊວິລະກຳຊັ້ນ 3. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍ ແລະ ອວຍພອນບັນດາຜົນງານເຊິ່ງພະນັກງານ, ນັກຮົບກຳລັງປ້ອງກັນ, ຕ້ານອາຊະຍາກຳຢາເສບຕິດທະຫານປ້ອງກັນຊາຍແດນ ບັນລຸໄດ້ໃນໄລຍະຜ່ານມາ. ຕໍ່ໜ້າສະພາບການຕົວຈິງຢູ່ບັນດາເສັ້ນຊາຍແດນ, ທີ່ອາດຊະຍາກຳຍັງຄົງຜັນແປຢ່າງສັບສົນ, ທ່າງຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ກຳລັງປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ ທະຫານປ້ອງກັນຊາຍແດນ ຮັບຮູ້ສະພາບການປະຈຸບັນຢ່າງຈະແຈ້ງ, ແກ້ໄຂສິ່ງຈຳກັດ, ເພີ່ມທະວີວຽກງານກຳແໜ້ນສະພາບການ, ການສືບສວນພື້ນຖານ, ເປັນເສນາທິການ, ຮ່ວມມື ແລະ ສົມທົບກັບອົງການກ່ຽວຂ້ອງເພື່ອແນໃສ່ຍົກສູງປະສິດທິຜົນການປ້ອງກັນ, ຕ້ານອາດຊະຍາກຳເຂດຊາຍແດນຍິ່ງກ່ວາອີກ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊວິລະກຳຊັ້ນ 3 ໃສ່ຄັນທຸງໄຊຊະນະຂອງກົມປ້ອງກັນ, ຕ້ານອາດຊະຍາກຳ ຢາເສບຕິດ - ທະຫານປ້ອງກັນຊາຍແດນ.