ຍູ້ແຮງການໂຄສະນາ,ປົກປ້ອງຄວາມປອດໄພດ້ານສື່ສານແລະສົ່ງຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ
ທ່ານພົນໂທ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ແລະ
ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ VOV
(vovworld) – ຕອນບ່າຍວັນທີ 15/06, ຢູ່ສຳນັກງານກະຈາຍສຽງແຫ່ງຊາດ 58 ກ໋ວານຊື໋ ຮ່າໂນ້ຍ. ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກະຊວງຕຳຫລວດ ໄດ້ລົງນາມໃນລາຍການສົມທົບກັນໂຄສະນາໜ້າທີ່ຮັກສາຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງກຳລັງຕຳຫລວດປະຊາຊົນ ແລະ ຮັກສາຄວາມສະຫງົບປອດໄພໃຫ້ລະບົບຜະລິດ, ສື່ສານສົ່ງຄື້ນຂອງ VOV. ທ່ານພົນໂທ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ແລະ ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ VOV ໄດ້ເຂົ້າຮ່ວມ ແລະ ລົງນາມໃນລາຍການ. ຕາມເອກະສານລົງນາມແລ້ວ, 2 ຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ໃນການໂຄສະນາບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການຮັກສາຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍ ແລະ ກໍ່ສ້າງກຳລັງຕຳຫລວດປະຊາຊົນ; ສົມທົບກັນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂົງເຂດເຄື່ອນໄຫວກະຈາຍສຽງ, ບັນດາຂໍ້ມູນຂ່າວໃນການຄຸ້ມຄອງດ້ານວິຊາການ ໂດຍ VOV ກຳນົດໄວ້ ເພື່ອໃຫ້ກຳລັງຕຳຫລວດມີວິທີການສັກສາຄວາມປອດໄພໃນການສື່ສານ ແລະ ການເຄື່ອນໄຫວຜະລິດລາຍການກະຈາຍສຽງ, ໂທລະພາບ, ເວັບໄຊຕ່າງໆ, ປົກປ້ອງລິຂະສິດບັນດາເນື້ອໃນທີ່ຂຶ້ນກັບ VOV.