ຍູ້ແຮງບັນດາມາດຕະການໜູນຊ່ວຍປະຊາຄົມວິສາຫະກິດ

(VOVWORLD) -ນີ້ແມ່ນຄັ້ງທີ 3 ເຊິ່ງກະຊວງການເງິນສະເໜີກ່ຽວກັບບັນຫາດັ່ງກ່າວ ເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19.
ຍູ້ແຮງບັນດາມາດຕະການໜູນຊ່ວຍປະຊາຄົມວິສາຫະກິດ - ảnh 1(ພາບປະກອບ: VGP)

ກະຊວງການເງິນຫວຽດນາມ ຫາກໍ່ມີໃບສະເໜີຕໍ່ລັດຖະບານ ເຊັນອະນຸມັດແຜນນະໂຍບາຍຕໍ່ກຳນົດເວລາເສຍພາສີ ແລະ ເງິນເຊົ່າທີ່ດິນ. ນີ້ແມ່ນຄັ້ງທີ 3 ເຊິ່ງກະຊວງການເງິນສະເໜີກ່ຽວກັບບັນຫາດັ່ງກ່າວ ເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ນອກຈາກນັ້ນ, ທາງກະຊວງກໍ່ໄດ້ສະເໜີຕໍ່ກຳນົດເວລາບາງປະເພດພາສີອື່ນໆອີກ. ຕາມບັນດານັກຊ່ຽວຊານທາງດ້ານເສດຖະກິດແລ້ວ, ນີ້ແມ່ນການກະທຳທີ່ຖືກຕ້ອງ ແລະ ທັນການ. ທ່ານນາງ ຫງວຽນທິກຸ໊ກ, ປະທານສະພາໃຫ້ຄຳປຶກສາພາສີຫວຽດນາມ, ຍົກຄຳເຫັນວ່າ.

        “ໃນເວລາວິສາຫະກິດປະສົບກັບຄວາມຫຍຸ້ງຍາກ, ລັດອະນຸຍາດໃຫ້ວິສາຫະກິດເສຍພາສີຊ້າ. ເມື່ອວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຂົາເຈົ້າອາດສາມາດເພີ່ມລາຍຮັບ, ເພີ່ມປະລິມານຜະລິດຕະພັນ ແລະ ຜ່ານນັ້ນໄດ້ປະກອບເຂົ້າງົບປະມານແຫ່ງລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ