ຍູ້​ແຮງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ ຢືນຢັນວ່າ, ການປະກອນສ່ວນຂອງຂະແໜງວິທະຍາສາດ ເຕັກໂນໂລຊີ ໃນໄລຍະຜ່ານມາແມ່ນສຳຄັນທີ່ສຸດໃນວິວັດການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19.
ຍູ້​ແຮງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1(ພາບ: ເຟືອງທວາ-VOV)

   ຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19 ໄດ້ເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບການກຳນົດທິດ ແລະ ມາດຕະການວິທະຍາສາດເຕັກໂນໂລຊີຮັບໃຊ້ການຕ້ານໂລກລະບາດ.

ທີ່ການປະຊຸມ, ບັນດາຜູ້ແທນໄດ້ຕີລາຄາການໜູນຊ່ວຍອັນຕັ້ງໜ້າຂອງວິທະຍາສາດ ເຕັກໂນໂລຊີ ໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19. ໃນໄລຍະຈະມາເຖິງ, ຂະແຫນງ ວິທະຍາສາດ ເຕັກໂນໂລຊີ ຄວນສືບຕໍ່ຄົ້ນຄ້ວາວັກຊິນ ແລະ ຢາປິ່ນປົວ, ບັນດາວິທີວິໄຈໃໝ່ດ້ວຍນ້ຳລາຍ, ລົມຫາຍໃຈ; ຄົ້ນຄ້ວາບັນດາພະຍາດຫຼັງໂຄວິດ 19, ຄົ້ນຄ້ວາການຜະລິດຊຸດວິໄຈ, ເຄື່ອງຊ່ວຍຫາຍໃຈຕື່ມອີກ.

ປະຈຸບັນ, ວັກຊິນ Nanocovax ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຊີຊີວະສາດການຢາ Nanogen ຄົ້ນຄ້ວາຜະລິດ ໄດ້ຮັບການຕີລາຄາກາງໄລຍະທີ 3 ແລະ ພວມລໍຖ້າໜັງສືອະນຸຍາດນຳໃຊ້ດ່ວນຈາກກະຊວງສາທາລະນະສຸກ. ພ້ອມກັນນັ້ນ, ຢາປິ່ນປົວໂຄວິດ 19 ບາງປະເພດ ກໍ່ໄດ້ຄົ້ນຄ້ວາຜະລິດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ ຢືນຢັນວ່າ, ການປະກອນສ່ວນຂອງຂະແໜງວິທະຍາສາດ ເຕັກໂນໂລຊີ ໃນໄລຍະຜ່ານມາແມ່ນສຳຄັນທີ່ສຸດໃນວິວັດການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19. ທ່ານໃສ່ໃຈວ່າ ຢາ ແລະ ວັກຊິນ ສືບຕໍ່ແມ່ນມາດຕະການສຳຄັນໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19 ໃນປະຈຸບັນ, ເມື່ອການຕ້ານທານໃນຊຸມຊົນບັນລຸໄດ້ 70% ຈຶ່ງຈະຫລຸດຜ່ອນຄວາມສ່ຽງຕິດແປດໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ