ດັດ​ປັບ​​ແຜນ​ນະ​ໂຍບາຍ​ການລົງທຶນ​ຢູ່​ເສັ້ນທາງ​ຄວາມ​ໄວ​ສູງ​ແຕ່ພາກ ​ເໜືອ - ​​ພາກ​ໃຕ້ ​ເພື່ອ​ພັດທະນາ​ເສດຖະກິດ

(VOVWORLD) -ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດສະເໜີກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍດ້ານການເງິນ - ງົບປະມານສະເພາະສໍາລັບນະຄອນຫຼວງຮ່າໂນ້ຍ. 
ດັດ​ປັບ​​ແຜນ​ນະ​ໂຍບາຍ​ການລົງທຶນ​ຢູ່​ເສັ້ນທາງ​ຄວາມ​ໄວ​ສູງ​ແຕ່ພາກ ​ເໜືອ - ​​ພາກ​ໃຕ້ ​ເພື່ອ​ພັດທະນາ​ເສດຖະກິດ - ảnh 1 (ພາບປະກອບ: VOV)

ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ວາລະປະຊຸມຄົບຄະນະທີ່ໄດ້ດໍາເນີນໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຫງວຽນວັນເຖ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບການດັດປັບແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງບາງຕອນຂອງເສັ້ນທາງຄວາມໄວສູງໃນເສັ້ນເຊື່ອມຕໍ່ແຕ່ພາກເໜືອ - ພາກໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020. ນະທີ່ໜ້າ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະ ຊອກຫາວິທີການແກ້ໄຂ ເພື່ອຍູ້ໄວຄວາມຄືບໜ້າກໍ່ສ້າງສໍາເລັດບັນດາໂຄງການຄົມມະນາຄົມໂດຍໄວ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດສະເໜີກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍດ້ານການເງິນ - ງົບປະມານສະເພາະສໍາລັບນະຄອນຫຼວງຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ