ດ່ານັ້ງ ມອບທຶນການສຶກສາໃຫ້ແກ່ນັກສຶກສາຜູ້ທຸກຍາກ

(VOVWORLD) -ຄະນະຊາວໜຸ່ມນະຄອນດ່ານັ້ງ ໄດ້ສົມທົບກັບສະມາຄົມນັກສຶກສານະຄອນ ຈັດພິທີມອບທຶນການສຶກສາພ້ອມກັນໄປໂຮງຮຽນສົກຮຽນ 2020 – 2021.
ດ່ານັ້ງ ມອບທຶນການສຶກສາໃຫ້ແກ່ນັກສຶກສາຜູ້ທຸກຍາກ - ảnh 1 (ພິທີມອບທຶນການສຶກສາ)

ວັນທີ 20 ກັນຍາ, ຄະນະຊາວໜຸ່ມນະຄອນດ່ານັ້ງ ໄດ້ສົມທົບກັບສະມາຄົມນັກສຶກສານະຄອນ ຈັດພິທີມອບທຶນການສຶກສາພ້ອມກັນໄປໂຮງຮຽນສົກຮຽນ 2020 – 2021. ຄະນະຈັດຕັ້ງໄດ້ມອບການທຶນສຶກສາ 50 ທຶນໃຫ້ນັກສຶກສາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນຕົ້ນສົກຮຽນໃໝ່.

          ກ່ອນໜ້ານັ້ນ, ຄະນະຊາວໜຸ່ມນະຄອນດ່ານັ້ງ ກໍ່ໄດ້ມອບທຶນການສຶກສາກວ່າ 100 ທຶນ, ຄອມພິວເຕີ 40 ຊຸດ, ສະບຽງອາຫານ, ທັນຍາຫານໃຫ້ແກ່ນັກສຶກສາຂອງບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ຢູ່ໃນບໍລິເວນນະຄອນ.

          ໃນວັນດຽວກັນ, ຄະນະຊາວໜຸ່ມນະຄອນກໍໄດ້ຈັດລາຍການ “ຮ້ານຂາຍປື້ມໂດຍບໍ່ເກັບຄ່າ” ທີ່ສະຫງວນໃຫ້ນັກຮຽນບັນດາໂຮງຮຽນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ນະຄອນ. ຢູ່ທີ່ນີ້, ນັກຮຽນ, ພໍ່ແມ່ນັກຮຽນ ໄດ້ເລືອກເອົາປື້ມທີ່ວາງຂາຍຢູ່ທີ່ນີ້ໂດຍບໍ່ເກັບຄ່າ, ລວມມີ: ປື້ມຕຳລາ, ປື້ມຄົ້ນຄວ້າເພີ່ມ, ປື້ມທັກສະ…

ຕອບກັບ

ຂ່າວ/ບົດ​ອື່ນ