ດ່າ​ນັ້ງ ສຸມທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບັນ​ດ​າ​ເຂດ ອຸດ​ສາ​ຫະ​ກຳ

(VOVWORLD) -ທີ່ກອງປະຊຸມໄດ້ດຳເນີນໃນຕອນບ່າຍວັນທີ 12 ພຶດສະພາ, ການນຳນະຄອນດ່ານັ້ງ ໄດ້ຮຽກຮ້ອງໃຫ້ ບັນດາທ້ອງຖິ່ນ ຕ້ອງກວດກາຄືນໃໝ່ ທຸກຂັ້ນຕອນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວິວັດການຜະລິດ, ບັງຄັບໃຫ້ວິສາຫະກິດຕ້ອງເຊັນຄຳໝັ້ນສັນຍາບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ດ່າ​ນັ້ງ ສຸມທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບັນ​ດ​າ​ເຂດ ອຸດ​ສາ​ຫະ​ກຳ - ảnh 1ກຳມະກອນຢູ່ບໍລິສັດຈຳກັດ Lafien Vina ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: VGP)

ການນຳນະຄອນ ດ່ານັ້ງ ໄດ້ຢັງຢືນວ່າ ຕ້ອງສຸມໃສ່ບຸລິມະສິດໃຫ້ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດປຸງແຕ່ງສົ່ງອອກ ຍ້ອນຫາກໍ່ກວດພົບບັນດາຜູ້ຕິດເຊື້ອໃນຊຸມຊົນ. ທີ່ກອງປະຊຸມໄດ້ດຳເນີນໃນຕອນບ່າຍວັນທີ 12 ພຶດສະພາ, ການນຳນະຄອນດ່ານັ້ງ ໄດ້ຮຽກຮ້ອງໃຫ້ ບັນດາທ້ອງຖິ່ນ ຕ້ອງກວດກາຄືນໃໝ່ ທຸກຂັ້ນຕອນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວິວັດການຜະລິດ, ບັງຄັບໃຫ້ວິສາຫະກິດຕ້ອງເຊັນຄຳໝັ້ນສັນຍາບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ກວດກາສະພາບການວິສາຫະກິດທີ່ເຊົ່າຫ້ອງການໃນເຂດອຸດສາຫະກຳ. ການນຳນະຄອນດ່ານັ້ງ ກໍ່ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນສຸມທຸກແຫຼ່ງກຳລັງເພື່ອ ປິດເຂດ ແລະ ຄວບຄຸມໂລກລະບາດຢູ່ ເຂດອຸດສຫາກຳ ອານດົ່ນ. ທ່ານ ເລຈຸງຈິງ ຄະນະກຳມະການປະຊາຊົນນະຄອນ ສະເໜີວ່າ:

        ສືບຕໍ່ລະດົມກຳລັງໃຈປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມທັງ ກໍ່ຕ້ອງປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ ແລະ ປັບໄໝບັນດາກໍລະນີລະເມີດວຽກງານຄຸ້ມຄອງຢູ່ບັນດາເຂດແຍກຕົວຢ່າງເຂັ້ມງວດ. ປະທານຄະນະກຳມະການປະຊາຊົນບັນດາເມືອງ ຕ້ອງເພີ່ມທະວີການປັບໄໝບັນດາເປົ້າໝາຍລະເມີດຢ່າງເຂັ້ມງວດ. ສືບຕໍ່ຜັນຂະຫຍາຍປະຕິບັດການແຍກຕົວເປັນເວລາ 21 ວັນໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ