ຕິດຕາມກວດການະໂຍບາຍ,ກົດໝາຍແລະພັດທະນາວິທະຍາສາດເຕັກໂນໂລຢີເຂດທົ່ງພຽງແມ່ນຳ້ຂອງ

ຕິດຕາມກວດການະໂຍບາຍ,ກົດໝາຍແລະພັດທະນາວິທະຍາສາດເຕັກໂນໂລຢີເຂດທົ່ງພຽງແມ່ນຳ້ຂອງ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 7/3, ຢູ່​ນະຄອນ ​ເກີນ​ເທີ, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຕິດຕາມ​ກວດກາ​ກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ ​ແລະ ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​ປະ​ເທດ​​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ​ໄລຍະ 2005 – 2015 ​ແລະ ກຳນົດ​ທິດ​ພັດທະນາ​​ໃນ​ໄລຍະ​ໃໝ່. ຈຸດໝາຍ​ຂອງ​ການ​ຕິ​ດຕາມ​ກວດກາ​ໃນ​ຄັ້ງ​ນີ້​​ແມ່ນ​ແນ​ໃສ່​ສຸມ​ໃສ່​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ບັນດາ​ສິ່ງ​ຍັງ​ຄົງ​ຄ້າງ, ສິ່ງ​ຈຳກັດ ​ແລະ ສາຍ​ເຫດ ສຳລັບ​ການ​ປະກາດ​ໃຊ້ ​ແລ​ະ ປະຕິບັດ​ນະ​ໂຍບາຍ​ກົດໝາຍກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ​, ທັນ​ສະ​ໄໝ​ໄລຍະ 2005 – 2015. ທ່ານ ຟານ​ຊວນ​ຢູ້ງ, ຫົວໜ້າ​ກຳມາ​ທິການ​ວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​​ແວດ​ລ້ອມ, ຖື​ວ່າ: ​ໃນ​ໄລ​ຍະ​ແຕ່ປີ 2015 – 2020, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈະ​ສືບ​ຕໍ່​ເປັນ​ເສນາ​ທິການ​ເພື່ອ​ແນ​ໃສ່​ປັບປຸງ, ຫັນ​ບັນດາ​ເອກະສານ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີຢູ່​ທ​້ອງຖິ່ນ​ເປັນ​ລະອຽດ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ຜັນ​ຂະຫຍາຍ, ​ເອົາ​ໃຈ​ໃສ່​ພັດທະນາ​​ແຫຼ່ງກຳລັງ.

 


ຂ່າວ/ບົດ​ອື່ນ