ຕວກກີ ຢາກແກ້ໄຂຄວາມບໍ່ລົງລອຍກັນກັບໂຮນລັງໂດຍໄວ

(VOVWORLD) - ເລື່ອງ ໂຮນລັງ ຖອນສະຖານທູດອອກຈາກ ຕວກກີ ຢ່າງເປັນທາງການ ບໍ່ໝາຍຄວາມວ່າແມ່ນການພົວພັນທາງການທູດລະຫວ່າງ 2 ປະເທດຖືກຕັດແຍກ.

ຕວກກີ ຢາກແກ້ໄຂຄວາມບໍ່ລົງລອຍກັນກັບໂຮນລັງໂດຍໄວ - ảnh 1

 ທ່ານ Bekir Bozdag, ໂຄສົກຂອງລັດຖະບານ ຕວກກີ

(ພາບ:  aa.com.tr)

ວັນທີ 5 ກຸມພາ, ທ່ານ Bekir Bozdag, ໂຄສົກຂອງລັດຖະບານ ຕວກກີ ໃຫ້ຮູ້ວ່າ: ປະເທດນີ້ຍັງຮັກສາການພົວພັນທາງການທູດກັບ ໂຮນລັງ, ພາຍຫຼັງທີ່ Amsterdam ຖະແຫຼງຖອນສະຖານທູດຂອງປະເທດນີ້ຢູ່ Ankara ກັບເມືອປະເທດຢ່າງເປັນທາງການ, ນີ້ແມ່ນສາຍເຫດເລີ່ມມາຈາກຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍໃນປີກ່ອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມກັບຄະນະລັດຖະບານ, ທ່ານ Bozdag ຖືວ່າ: ເລື່ອງ ໂຮນລັງ ຖອນສະຖານທູດອອກຈາກ ຕວກກີ ຢ່າງເປັນທາງການ ບໍ່ໝາຍຄວາມວ່າແມ່ນການພົວພັນທາງການທູດລະຫວ່າງ 2 ປະເທດຖືກຕັດແຍກ. ທ່ານເນັ້ນໜັກວ່າ ຍັງມີບັນດາອຸປະທູດຊ່ົວຄາວເພື່ອຮັກສາການພົວພັນລະຫວ່າງ 2 ປະເທດ, ພ້ອມທັງສະແດງຄວາມຫວັງບັນຫານີ້ຈະໄດ້ຮັບການແກ້ໄຂໂດຍໄວ.

        ກ່ອນໜ້ານັ້ນໃນວັນດຽວກັນ, ໂຮນລັງ ປະກາດຖອນສະຖານທູດອອກຈາກປະເທດ ຕວກກີ ຢ່າງເປັນທາງການ ແລະ ຈະປະຕິເສດອະນຸຍາດໃຫ້ Ankara ສົ່ງເອກອັກຄະລັດຖະທູດໄປຍັງປະເທດນີ້ໃນສະພາບການພົວພັນທາງການທູດລະຫວ່າງ 2 ປະເທດຕົກເຂົ້າສູ່ລະດັບຕ່ຳກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ