ຕວກກີ ໃຫ້ສັດຕະຍາບັນອະນຸສັນຍາຮັບ ແຟງລັງ ເຂົ້າເປັນສະມາຊິກອົງການ NATO

(VOVWORLD) - ແຟງລັງ ແລະ ຊູແອັດ ຕົກລົງຂໍເຂົ້າເປັນສະມາຊິກ NATO ພາຍຫຼັງທີ່ ລັດເຊຍ ລະດົມບັ້ນທະຫານພິເສດຢູ່ ຢູແກຼນ.
ຕວກກີ ໃຫ້ສັດຕະຍາບັນອະນຸສັນຍາຮັບ ແຟງລັງ ເຂົ້າເປັນສະມາຊິກອົງການ NATO - ảnh 1
(ພາບ: Reuters)

        ວັນທີ 30 ມີນາ, ຕວັກກີ ເປັນປະເທດສະມາຊິກຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ສຸດທ້າຍ ທີ່ໃຫ້ສັດຕະຍາບັນອະນຸສັນຍາຮັບ ແຟງລັງ ເຂົ້າເປັນສະມາຊິກຂອງສຳພັນທະມິດການທະຫານ ໂດຍ ອາເມລິກາ ນຳໜ້າ. ການກະທຳດັ່ງກ່າວດຳເນີນໄປພາຍຫຼັງ 2 ອາທິດທີ່ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ເປີດເຜີຍການສະໜັບສະໜູນຄວາມມານະພະຍາຍາມເປັນເວລາຫຼາຍເດືອນຜ່ານມາຂອງປະເທດ ເອີລົບເໜືອ. ຄວາມເຫັນດີຂອງ ຕວັກກີ ນີ້ໄດ້ເຮັດໃຫ້ ແຟງລັງ, ເຊິ່ງແມ່ນປະເທດມີເສັ້ນຊາຍແດນຕິດກັບ ລັດເຊຍ ຍາວ 1.300 ກມ, ຍັງຈະຕ້ອງຜ່ານບາງຂັ້ນຕອນດ້ານເຕັກນິກອີກ ກ່ອນທີ່ເຂົ້າເປັນສະມາຊິກທີ 31 ຂອງສຳພັນທະມິດການທະຫານໃຫຍ່ສຸດໃນໂລກນີ້.

        ແຟງລັງ ແລະ ຊູແອັດ ຕົກລົງຂໍເຂົ້າເປັນສະມາຊິກ NATO ພາຍຫຼັງທີ່ ລັດເຊຍ ລະດົມບັ້ນທະຫານພິເສດຢູ່ ຢູແກຼນ. ຄຳຮ້ອງຂໍເຂົ້າເປັນສະມາຊິກຂອງ 2 ປະເທດນີ້ໄດ້ຮັບຄວາມເຫັນດີທີ່ກອງປະຊຸມສຸດຍອດ NATO ເມື່ອເດືອນ ມິຖຸນາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ