ຕວກກີຍົກອອກເງື່ອນໄຂພ້ອມກັບອາເມລິກາເຂົ້າຮ່ວມບັ້ນຮົບຕ້ານIS

ຕວກກີຍົກອອກເງື່ອນໄຂພ້ອມກັບອາເມລິກາເຂົ້າຮ່ວມບັ້ນຮົບຕ້ານIS - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan
(ພາບ: AFP/TTXVN)


(vovworld) - ວັນ​ທີ 25/09, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan ຖະ​ແຫຼງວ່າ, ປະ​ເທດນີ້​ຢາ​ກ​ພ້ອມ​ກັບ​ອາ​ເມ​ລິ​ກາ​ ເຂົ້າ​ຮ່ວມບັ້ນ​ຮົບ​ການ​ທະ​ຫານ​ລວມ ເພື່ອ​ແນ​ໃສ່​ບຸກ​ໂຈມ​ຕີ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໃຫ້​ຖອນ​ອອກ​ຈາກເຮືອນ​ຮັງ​ເຊິ່ງ IS ພວມ​ຄວບ​ຄຸມ​ຢູ່​ນະ​ຄອນ Raqqua, ຊີ​ຣີ, ແຕ່​ດ້ວຍ​ເງື່ອນ​ໄຂທີ່​ວ່າ ອາ​ເມ​ລິ​ກາ ຕ້ອງ​ປັດ​ເຂ່ຍ​ກຳ​ລັງ​ຊາວ Kurd ​ອອກ​ຈາກ​ບັນ​ດາ​ການ​ເຈ​ລະ​ຈາ. ປະ​ຈຸ​ບັນ​, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ຕວກ​ກີ ມີ​ໄພ​ເຄັ່ງ​ຕຶງ ກ່ຽວ​ຂ​້ອງ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ໜູນ​ຫຼັງ​ກຳ​ລັງ​ຊາວ Kurd ເຂົ້າ​ຮ່ວມບັ້ນ​ຮົບ​ຕ້ານພວກ IS. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Tayyip Erdogan ​ໄດ້ກ່າວ​​ຫາ ອາ​ເມ​ລິ​ກາ ສະ​ໜອງ​ອາ​ວຸດຕື່ມ​ອີກ​ໃຫ້​ກຳ​ລັງ​ຊາວ Kurd ​ຢູ່​ພາກ​ເໜືອ​ຊີ​ຣີ ແລະ ຈັດ​ສົ່ງ​ເຮືອ​ບິນ​ຂົນ​ສົ່ງ​ອາ​ວຸດ​ໃຫ້​ກຳ​ລັງ​ນີ້.

ຂ່າວ/ບົດ​ອື່ນ