ຕວກກີຍັງບໍ່ທັນສະກັດກັ້ນກະແສຊາວອົບພະຍົບໄດ້ເທື່ອ

ຕວກກີຍັງບໍ່ທັນສະກັດກັ້ນກະແສຊາວອົບພະຍົບໄດ້ເທື່ອ - ảnh 1
ຊາວອົບພະຍົບ ຊີຣີ ຢູ່ຕວກກີ
(ພາບ: Reuters)

(vovworld) – ທ່ານ Frans Timmermans, ​ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ຄະນະ​ກຳມະການ​ເອີ​ລົບ ຮັບຜິດຊອບ ​​ການແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ໃຫ້​ຮູ້​ເມື່ອ​ວັນ​ທີ 11/1 ວ່າ: ຈຳ​ນວນ​ຊາວ​ອົບ​ພະ​ຍົບຈາກ ຕວກກີ ​​ເຂົ້າ​ມາສະ​ຫະພາບ ​ເອີ​ລົບ (ອີ​ຢູ) ຍັງ​ຫຼາຍ​ໂພດ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ ບຣຸກ​ແຊນ ສະໜອງ​ຈຳນວນ​​ເງິນ 3 ຕື້ ​ເອີ​ໂຣ​​ໃຫ​້​ແກ່ Ankara ​ເມື່ອ​ເດືອນ 11/2015 (​ເທົ່າ​ກັບ 3,2 ຕື້USD) ​ເພື່ອ​​ໃຫ້​ປະ​ເທດ​ນີ້​ຊ່ວຍ​ຈຳກັດ​ກະ​ແສ​ຊາວ​ອົບ​ພະຍົບ​ເຂົ້າ ​ເອີ​ລົບ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ເຮັດ​ວຽກ​ກັບ​ທ່ານ Volkan Bozkir, ລັດຖະມົນຕີ​ວ່າການ​ຮັບຜິດຊອບ​ການ​ພົວພັນ​ກັບ ອີ​ຢູ ​ຂອງ ຕວກກີ, ທ່ານ​ຮອງ​ປະທານ Timmermans ​ໃຫ້​ຮູ້​ວ່າ: ປະລິມານ​ຊາວ​ອົບ​ພະຍົບ​​​​ເຂົ້າ ​ເກຼັກ, ​ເຊິ່ງ​ແມ່ນ​ປະ​ເທດ​ສະມາຊິກ ອີ​ຢູ, ຍັງ​ສູງ​​ໂພດ ດ​້ວຍປະມານ 2.000 – 3.000 ຄົນ/ມື້. ທ່ານ​ເນັ້ນ​ໜັກ​ວ່າ: Ankara ຄວນ​ຍູ້​ໄວ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຈຳກັດ​ກະ​ແສ​ຊາວ​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ນີ້.


ຂ່າວ/ບົດ​ອື່ນ