ຕວກກີທັບມ້າງການລັດຖະປະຫານການທະຫານ


ຕວກກີທັບມ້າງການລັດຖະປະຫານການທະຫານ - ảnh 1
ປະ​ຊາ​ຊົນ​ຕວກ​ກີ ປິດ​ລ້ອມ​ລົດ​ຖັງຂອງ​ກຸ່ມ​ລັດ​ຖະ​ປະ​ຫານ
​ພາບ: Reuters

(vovworld)-  ​ຕາມ​ແຫລ່ງ​ຂ່າວ​ລ້າ​ສຸດ, ຜູ້​ບັນ​ຊາ​ການ​ກຳ​ລັງ​ຫນ້າ​ທີ່ພິ​ເສດ ຕວກ​ກີ ຫາ​ກໍ​ຖະ​ແຫລງທາງ​ໂທ​ລະ​ພາບ NTV ວ່າ ກຳ​ລັງ​ດັ່ງ​ກ່າວ ໄດ້​ຄວບ​ຄຸມ​ສະ​ພາບ​ການ ແລະ ການ​ລັດ​ຖະ​ປະ​ຫານ​ການ​ເມືອງ​ຖືກ​ທັບ​ມ້າງ. ​ວັນ​ທີ16/7, ຊ່ອງ​ໂທ​ລະ​ພາບ CNN ພາກ​ພາ​ສາ ຕວກກ​ີ ໄດ້​ໃຫ້​ຂ່າວ​ວ່າ ມີ​ພົນ​ທະ​ຫານ 50 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ລັດ​ຖະ​ປະ​ຫານ ໄດ້ ຍອມ​ຈຳ​ນົນ​ກຳ​ລັງ​​ທະ​ຫານລັດ​ຖະ​ບານ ຢູ່ ຂົວ Bosphorus ນະ​ຄອນ Istanbul. ໃນ​ຂະ​ນະ​ນັ້ນ ກຳ​ລັງ​ທະ​ຫານ​ລັດ​ຖະ​ບານ ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ລົດ​ຖັງ​ທີ່​ພວມ​ຢູ່ນອກ​ອາ​ຄານ​ປະ​ທາ​ນາ​ທິ​ບໍ​ດີ ຢູ່ ນະ​ຄອນ​ຫລວງ Ankara. ຕາມ​ກະ​ຊວງ​ຍຸ​ຕິ​ທຳ ຕວກ​ກີ ແລ້ວ, ມີ 336 ຄົນ​ຖືກ​ກັກ​ຂັງ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ເຫດ​ລັດ​ຖະ​ປະ​ຫານ. ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Tayip Erdogan ໄດ້​ຮຽກ​ຮ້ອງ​ບັນ​ດາ​ຜູ້​ສະ​ຫນັບ​ສະ​ຫນູນ​ຕົນ​ບໍ່​ຄວນ​ອອກ​ຈາກ​ບັນ​ດາ​ສະ​ຫນາມ​ຫລວງ​ຈົນ​ເຖິງ​ສະ​ພາບ​ຄວາມ​ສະ​ຫງົບ​ໄດ້​ກັບ​ຄືນ​ສູ່​ເປັນ​ປົກ​ກະ​ຕິ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ