ຕວກກີຢັ້ງຢືນເປົ້າໝາຍຍຸດທະສາດເຂົ້າເປັນສະມາຊິກອີຢູ

ຕວກກີຢັ້ງຢືນເປົ້າໝາຍຍຸດທະສາດເຂົ້າເປັນສະມາຊິກອີຢູ - ảnh 1
ທ່ານ​ປະທານາທິບໍດີ ຕວກກີ Tayyip Erdogan
(ພາບອິນເຕີແນັດ)

(vovworld) - ​ເຂົ້າ​​ເປັນ​ສະມາຊິກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຍາມ​ໃດ​ກໍ່​ແມ່ນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ Ankara. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ປະທານາທິບໍດີ ຕວກກີ Tayyip Erdogan ​ໃນ​ວັນ​ທີ 09/05. ການ​ນຳ ຕວກ​ກີ ສະ​ແດງ​ຄວາມ​ຫວັງ​ວ່າ: ຂໍ້​ຕົກລົງ​ ອີ​ຢູ ທີ່ຍົກ​ເວັ້ນວີ​ຊາ​ໃຫ້​ປະຊາຊົນ​ປະ​ເທດ​ນີ້ ຈະ​ຊ່ວຍ​​ຍູ້​ໄວວິວັດທະນາ​ການ Ankara ​ເຂົ້າ​​ເປັນ​ສະມາຊິກ ​ເອີ​ລົບ. ຄຳ​ຖະ​ແຫຼ​ງນີ້ ​ໄດ້​ຮັບ​​ຖື​ວ່າ ​​ເພື່ອ​ແນ​ໃສ່​ເຮັດ​ແຈ້ງ​ທີ່​ຕັ້ງ​ຂອງ ຕວກກີ ພາຍຫລັງ​ ​ປະທານາທິບໍດີ Erdogan ຖະ​ແຫຼງ Ankara ຈະ​ບໍ່​ປ່ຽນ​ແປງກົດໝາຍ​ວ່າ​ດ້ວຍ​​ກໍ່​ການ​ຮ້າຍຂອງ​ປະ​ເທດ​ນີ້ ຄື​ຄວາມ​ຮຽກຮ້ອງ​ຂອງ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກັບ ອີ​ຢູ ​ແນ​ໃສ່​ຈຳກັດກະ​ແສ​ຊາວ​ອົບ​ພະຍົບ​.

        ກ່ອນ​ໜ້າ​ນັ້ນ, ​ເມື່ອ​ເດືອນ 3/2016, ອີ​ຢູ ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ ຍົກ​ເວັ້ນວິຊາ​ໃຫ້​ນັກ​ທ່ອງ​ທ່ຽວ​ເປັນ​ພົນລະ​ເມືອງ ຕວກ​ກີ ສ່ວນ Ankara ຕ້ອງ​ສະກັດ​ກັ້ນກະ​ແສ​ຊາວ​ອົບ​ພະຍົບ​​ເຖິງ ​ເອີ​ລົບ, ພ້ອມ​ທັງ ສະ​ເໜີ​ປະ​ເທດ​ນີ ຕ້ອງ​ປ່ຽນ​ແປງ​ບາງ​ຂໍ້​ກຳນົດ, ​ໃນ​ນັ້ນ​ມີ​ເລື່ອງ ປັບປຸງກົດໝາຍ​ວ່າ​ດ້ວຍ​ກໍ່​ການ​ຮ້າຍ​​ໃຫ້ເໝາະ​ສົມ​ກັບ​ບັນດາມາດຕະຖານ​ຂອງ ​ເອີ​ລົບ.

ຂ່າວ/ບົດ​ອື່ນ