ຕວກກີຢືນຢັນການສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ

(VOVWORLD) -ວັນທີ 03 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ, ເຖິງວ່າ ອານກາຣາ ພວມດຳເນີນບັນດາບັ້ນຮົບດ້ານການທະຫານຢູ່ເຂດ Afrin ຂອງປະເທດບ້ານໃກ້ເຮືອນຄຽງ.

ຕວກກີຢືນຢັນການສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu

(ພາບ: THX/TTXVN)

ເມື່ອຕອບສຳພາດຕໍ່ຊ່ອງ Al Jazeera, ທ່ານລັດຖະມົນຕີການຕ່າງປະເທດ Cavusoglu ເນັ້ນໜັກວ່າ “ບໍ່ມີປະເທດໃດຢູ່ໃນ ແລະ ນອກພາກພື້ນສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ ຍິ່ງກວ່າຕວກກີ. ຖ້າຫາກສັງເກດບັນດາຖະແຫຼງການ Astana (ກາຊັກສະຖານ) ແລະ Sochi (ລັດເຊຍ), ອາດເຫັນໄດ້ວ່າ, ຕວກກີ ສະໜັບສະໜູນຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ”.

ຕອບກັບ

ຂ່າວ/ບົດ​ອື່ນ