ຕວກກີຢາກເຂົ້າເປັນສະມາຊິກອີຢູໃນປີ2023

ຕວກກີຢາກເຂົ້າເປັນສະມາຊິກອີຢູໃນປີ2023 - ảnh 1
ທ່ານ​ Selim Yenel, ເອກ​ອັກຄະ​ລັດຖະທູດ ຕວກກີ ປະຈຳ ອີ​ຢູ ​
(ພາບ: AP)

(vovworld) –  ຕວກກີ​ຢາກ​ເຂົ້າ​ເປັນ​ສະມາ​ຊິກ ​ອີ​ຢູ ​ໃນ​ປີ 2023 - ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ Selim Yenel, ເອກ​ອັກຄະ​ລັດຖະທູດ ຕວກກີ ປະຈຳ ອີ​ຢູ ​ໃນ​ການ​ຕອບ​ສຳ​ພາດຕໍ່​ໜັງ​ສື​ພິມ​ລາຍ​ວັນຂອງ​ເຢຍລະ​ມັນ “Die Welt” ​ໃນ​ວັນ​ທີ 19/8. ທ່ານເອກ​ອັກຄະ​ລັດຖະທູດ Selim Yenel ​ເນັ້ນ​ໜັກ​ວ່າ: ກົດ​ລະບຽບສະມາຊິກ​ຢ່າງ​ສົມບູນ​ຂອງ ອີ​ຢູ ຈະ​ມີ​ຄວາມສຳຄັນທີ່​ສຸດ​ສຳລັບ ຕວກກີ. ກ່ຽວ​ກັບ​​​ໄລຍະ​ຍາວ, ​ເລື່ອງ ຕວກກີ ບໍ່​ໄດ້​ເຂົ້າ​ເປັນ​ສະມາ​ຊິກ ອີ​ຢູ ​ແມ່ນ “ບໍ່​ສາມາດ​ຮັບ​ຮູ້​ໄດ້”. ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ ອີ​ຢູ ​ໃນ​ປີ 2023 ຈະ​ແມ່ນ​ຜົນງານ​ສຳຄັນ, ​ເປັນ​ຂີດ​ໝາຍ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງ ສ. ຕວກກີ.

        ​ໃນ​ຂະນະ​ນັ້ນ, ​ເມື່ອ​ຕອບ​ສຳ​ພາດ​ໜັງ​ສື​ພິມ​ລາຍ​ວັນ “Tiroler Taheszeitung” ​ໃນ​ວັນ​ທີ 18/8, ທ່ານ Jean – Claude Juncker, ປະ​ທານ​ຄະນະ​ກຳມະການ​ເອີ​ລົບ ​ເນັ້ນ​ໜັກ​ວ່າ: ການ​ເຈລະຈາ​ລະຫວ່າງ​ບັນດາ​ປະ​ເທດ ອີ​ຢູ ​ແລະ ຕວກກີ ຈະ​ຕ້ອງ​ເສຍ​ເວລາ​ຫຼາຍ​ປີ. ທ່າ​ນຖື​ວ່າ: ຍັງ​ມີ​ເວລາ​ດົນ​ເຕີບ ຕວກກີ ​ຈຶ່ງ​ກາຍ​ເປັນ​ສະມາຊິກ​ຂອງ ອີ​ຢູ ດັ່ງ​ນັ້ນ “ຍັງ​ບໍ່​ທັນ​ປະ​ຕິ​ບັດ​ສຳ​ເລັດ​ບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ”. ​ແຕ່​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ທ່ານ​ປະທານ Juncker ຖື​ວ່າ​ຄວນ​ຕ້ອງ​ສືບ​ຕໍ່​ເຈລະຈາ, ມຸ່ງ​ໄປ​ເຖິງ​ມາດ​ຕະການ​ສັງ​ລວມ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ​້​ແກ່​ປະ​ຊາ​ຊົນ​ຕວກກີ.


ຂ່າວ/ບົດ​ອື່ນ