ຕວກກີອາດຈະເປີດບັ້ນຮົບດ້ານການທະຫານຢູ່ຊີຣີ “ບໍ່ວ່າໃນຈຸດເວລາໃດ”

(VOVWORLD) -ວັນທີ 17 ທັນວາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ຖະແຫຼງວ່າ, ປະເທດນີ້ອາດຈະເລີ່ມບັ້ນຮົບດ້ານການທະຫານໃໝ່ຢູ່ຊີຣີ “ບໍ່ວ່າໃນຈຸດເວລາໃດ”.

ຕວກກີອາດຈະເປີດບັ້ນຮົບດ້ານການທະຫານຢູ່ຊີຣີ “ບໍ່ວ່າໃນຈຸດເວລາໃດ” - ảnh 1

ທ່ານປະທານາທິບໍດີຕວກກີ Recep Tayyip Erdogan 

(ພາບ: Umit Bektas)

ຄຳຖະແຫຼງທີ່ໄດ້ຍົກອອກມາໃນບົດກ່າວປາໄສຢູ່ແຂວງພາກກາງ Konya, ທ່ານ Tayyip Erdogan ໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Donanld Trump ໄດ້ສະແດງຄວາມເຫັນທີ່ຕັ້ງໜ້າຕໍ່ບັນດາແຜນການຂອງ Ankara ກ່ຽວກັບບັນດາບັ້ນຮົບດ້ານການທະຫານຢູ່ຝັ່ງຕາເວັນອອກແມ່ນ້ຳ Eupharates. ໃນອາທິດກ່ອນ, ທ່ານປະທານາທິບໍດີ Tayyip Erdogan ກໍ່ໃຫ້ຮູ້ວ່າ, ຕວກກີ ຈະຜັນຂະຫຍາຍບັ້ນຮົບໃໝ່ “ໃນ 2 – 3 ມື້ຈະມາເຖິງ” ເພື່ອຕ້ານຄືນບັນດາກົມກອງປົກປ້ອງປະຊາຊົນຊາວ ເກີດ (YPG) ເຊິ່ງອາເມລິກາ ໜູນຫຼັງຢູ່ພາກເໜືອຊີຣີ. ທຳນຽບ 5 ແຈ ໄດ້ອອກສຽງວິຕົກກັງວົນຢ່າງເລິກເຊິ່ງ ແລະ ຖືວ່າ, ການກະທຳດ້ານການທະຫານພຽງລຳພັງຝ່າຍດຽວຢູ່ເຂດນີ້ບໍ່ວ່າແມ່ນຂອງຝ່າຍໃດ ກໍ່ລ້ວນແຕ່ “ບໍ່ອາດຮັບຮູ້ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ