ຕາ​ລີ​ບານ ຢັ້ງ​ຢືນ​ວ່າ ບັ້ນ​ບຸກ​ໂຈມ​ຕີ​ຢູ່ ອາບ​ກາ​ນິດ​ສະ​ຖານ ໄດ້​ສິ້ນ​ສຸດ​ລົງ

(VOVWORLD) -ວັນທີ 15 ສິງຫາ, ໂຄສົກຫ້ອງການການເມືອງຂອງ ຕາລີບານ ຢືນຢັນກັບຊ່ອງໂທລະພາບ Al – Jazeera Mubasher TV ວ່າ ສົງຄາມຢູ່ ອາບການິດສະຖານໄດ້ສິ້ນສຸດລົງແລ້ວ.
ຕາ​ລີ​ບານ ຢັ້ງ​ຢືນ​ວ່າ ບັ້ນ​ບຸກ​ໂຈມ​ຕີ​ຢູ່ ອາບ​ກາ​ນິດ​ສະ​ຖານ ໄດ້​ສິ້ນ​ສຸດ​ລົງ - ảnh 1ກຳລັງ ຕາລີບານ ບຸກໂຈມຕີເຂົ້ານະຄອນຫຼວງ Kabul ແລະ ຍາດໄດ້ໄຊຊະນະ (ພາບ: Reuters)

ທ່ານໂຄສົກ Mohammad Naeem ໃຫ້ຮູ້ວ່າ ບໍ່ມີອົງການການທູດ ຫຼືບໍ່ວ່າສຳນັກງານໃດທີ່ຕັ້ງຢູ່ ອາບການິດສະຖານ ແມ່ນເປົ້າໝາຍຂອງເຂົາເຈົ້າ, ພ້ອມທັງຢືນຢັນວ່າ ຕາລີບານ ຮັບປະກັນຈະຮັກສາຄວາມປອດໄພໃຫ້ແກ່ພົນລະເມືອງ ແລະ ບັນດາອົງການການທູດ. ທ່ານ Mohammad Naeem ກໍໃຫ້ຮູ້ວ່າ ເຂົາເຈົ້າພ້ອມແລ້ວທີ່ຈະເຈລະຈາກັບທຸກໆຝ່າຍຢູ່ ອາບການິດສະຖານ, ພ້ອມແລ້ວທີ່ຈະແກ້ໄຂບັນດາຄວາມວິຕົກກັງວົນຂອງປະຊາຄົມສາກົນຜ່ານການເຈລະຈາ. ບັນດາຄຳຖະແຫຼງດັ່ງກ່າວຂອງ ຕາລີບານ ໄດ້ຍົກອອກມາໃນສະພາບການທີ່ໃນວັນດຽວກັນ, ກຳລັງດັ່ງກ່າວ ໄດ້ບຸກໂຈມຕີເຂົ້ານະຄອນຫຼວງ Kabul ແລະ ທ່ານປະທານາທິບໍດີ Ashraf Ghani ຕ້ອງເດີນທາງອອກຈາກປະເທດນີ້. ທ່ານ Ashraf Ghani ຢັ້ງຢືນວ່າ ຢາກຫຼີກລ້ຽງສະພາບການທີ່ນອງເລືອດ.

        ວັນທີ 16 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ