ຖັນແຖວປັນຍາຊົນໜຸ່ມເອົາໃຈໃສ່ເຖິງບັນຫາພັດທະນາການສຶກສາແລະບຳລຸງສ້າງຮອບດ້ານ

ຖັນແຖວປັນຍາຊົນໜຸ່ມເອົາໃຈໃສ່ເຖິງບັນຫາພັດທະນາການສຶກສາແລະບຳລຸງສ້າງຮອບດ້ານ - ảnh 1
ເລຂາສູນກາງຄະນະຊາວໜຸ່ມ ເລກວກຟອງກ່າວຄຳເຫັນທີ່ກອງປະຊຸມ
(ພາບ: AnHieu/TTXVN)

(vovworld) – ​ ​ ວັນ​ທີ 24/9, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​ພະນັກງານ, ຄູສອນໜຸ່ມ ​ແລະ ນັກ​ສຶກສາ​ເຂດ​ພາກ​ໃຕ້ ປະ​ດອບຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້ປະກອບ​ຫຼາຍຄຳ​ເຫັນ​​ເຂົ້າ​ເນື້​ອ​ໃນ​ປ່ຽນ​ໃໝ່​​ ການ​ສຶກສາ ​ແລະ ບຳລຸງ​ສ້າງໂດຍພື້ນຖານ ​ແລະ ຮອບດ້ານ​, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸ​ດ; ພັດທະນາ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ; ພັດທະນາ​ວັດທະນະທຳ, ກໍ່ສ້າງ​ມະນຸດ. ບັນດາ​ຜູ້​ແທນ​ກໍ​ເນັ້ນ​ໜັກ​ວ່າ: ການ​ເພີ່ມ​ທະວີ​ບັນ​ດາ​ນະ​ໂຍບາຍ​ສົ່ງ​ເສີມ​ນັກຮຽນ, ນັກ​ສຶກສາ​ທີ່​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ໄປ​ຮຽນ; ມີ​ລາຍການ​ສົ່ງ​ເສີມ, ຊຸກຍູ້ແນວ​ຄວາມ​ຄິດສ້າງ​ຄວາມ​ຮັ່ງ​ມີ​ຢ່າງ​ຊອບ​ທຳ​ໃນ​ໝູ່ຊາວ​ໜຸ່ມ; ມີ​ນະ​ໂຍບາຍ​ເຜີຍ​ແຜ່​​ຄວາມ​ຮູ້​ວິທະຍາສາດ​ເຖິງ​ປະຊາ​ຊົນ, ໜູນ​ຊ່ວຍບັນດານັກວິທະຍາ​ສາດໜຸ່ມ​​ໃນ​ການຄົ້ນຄວ້າ, ມີ​ຫົວຄິດ​ປະດິດ​ສ້າງ.

ຂ່າວ/ບົດ​ອື່ນ