ຖະແຫຼງການປະທານ ອາຊຽນ: ຊົມເຊີຍຂໍ້ລິເລີ່ມຊຸກຍູ້ການເຈລະຈາ COC

(VOVWORLD) - ບັນດາການນຳ ອາຊຽນ ໄດ້ເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ
ຖະແຫຼງການປະທານ ອາຊຽນ: ຊົມເຊີຍຂໍ້ລິເລີ່ມຊຸກຍູ້ການເຈລະຈາ COC - ảnh 1(ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42)

        ຖະແຫຼງການປະທານ ອາຊຽນ ໄດ້ຍົກອອກມາໃນວັນທີ 11 ພຶດສະພາ, ໃຫ້ຮູ້ວ່າ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ເຊິ່ງດຳເນີນແຕ່ວັນທີ 09-11 ພຶດສະພາ, ຢູ່ Labuan Bajo, ປະເທດ ອິນໂດເນເຊຍ, ບັນດາການນຳ ອາຊຽນ ໄດ້ເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຄວບຄຸ້ມບັນດາການກະທຳທີ່ອາດຈະເຮັດໃຫ້ສະພາບການສັນຕິພາບ ແລະ ສະຖຽນລະພາບສັບສົນຂຶ້ນຕື່ມ.

        ບັນດາປະເທດ ອາຊຽນ ກໍ່ຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງເດີນຕາມມາດຕະການແກ້ໄຂໂດຍສັນຕິວິທີ ເພື່ອແກ້ໄຂບັນດາການຂັດແຍ້ງກັນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ບັນດາປະເທດ ອາຊຽນ ຊົມເຊີຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ດ້ວຍບາດກ້າວໃນບັນດາການເຈລະຈາຢ່າງແທດຈິງ, ມຸ່ງໄປເຖິງການສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ ສອດຄ່ອງກັບກົດໝາຍສາກົນ, ລວມທັງ UNCLOS 1982 ໃນຈຸດເວລາເຊິ່ງ 2 ຝ່າຍໄດ້ເປັນເອກະພາບນຳກັນແລ້ວ. ບັນດາປະເທດ ອາຊຽນ ໄດ້ຊົມເຊີຍຂໍ້ລິເລີ່ມຊຸກຍູ້ການເຈລະຈາ COC, ໃນນັ້ນ, ສະເໜີໃຫ້ມີການສ້າງບັນດາທິດແນະນຳເພື່ອຍູ້ໄວການສ້າງສຳເລັດ COC ໃຫ້ບັນລຸປະສິດທິຜົນ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ