ຖ່າຍທອດສົດທາງ ໂທລະພາບ ຈາກ ATK ທາຍງວຽນ ເຖິງໄຊຊະນະ ດ້ຽນບຽນຟູ໋

ຖ່າຍທອດສົດທາງ ໂທລະພາບ ຈາກ ATK ທາຍງວຽນ ເຖິງໄຊຊະນະ ດ້ຽນບຽນຟູ໋ - ảnh 1
ການສະແດງສິລະປະໃນລາຍການຖ່າຍທອດສົດ
(ພາບ: dantri.com)

(vovworld) – ຕອນ​ຄ່ຳ​ວັນ​ທີ 6/5, ​ແຂວງ ດ້ຽນບຽນ ​ໄດ້​ສົມທົບ​ກັບ​ແຂວງ ທາຍ​ງວຽນ ຈັດ​ຕັ້ງ​ການຖ່າຍ​ທອດ​ສົດ​ທາ​ງ​​ໂທລະພາບ ດ້ຽນບຽນ - ທາຍ​ງວຽນ, ດ້ວຍ​ຫົວ​ຂໍ້​ວ່າ: “ຈາກ ATK ທາຍ​ງວຽນ ​ເຖິງໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋” ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋. ການ​ຖ່າຍ​ທອດ​ສົດ​ນີ້ ​ໄດ້​ນຳ​ສະ​ເໜີ​ຟິມຮູບ​ເງົາ, ສາລະ​ຄະດີ ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ​ແຕ່​ ສະຫງ່າ​ລາສີ​ຂອງ​ກອງທັບ - ປະຊາຊົນ​ຫວຽ​ດນາມ ​ໃນ​ໄລຍະ 9 ປີ​ທຳ​ການ​ສູ້​ຮົບ​ໃຫ້​ແກ່​ຜູ້​ຊົມ. ທ່ານ Nguyen Truong Xuan, ນັກຮົບ​ເກົ່າ​ຜູ້​ໜຶ່ງ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ນະຄອນ ດ້ຽນບຽນ​ຟູ໋ ​ໃຫ້​ຮູ້​ວ່າ:

“​ໃນ​ຊຸມ​ວັນ​ນີ້, ປະຊາຊົນ ດ້ຽນບຽນ ພວກ​ຂ້າພະ​ເຈົ້າ ​ໃຜໆ​ກໍ​ມຸ່ງ​ໄປ​ສູ່ວັນ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຟູ໋ ດ້ວຍ​ຄວາມ​​ເອກອ້າງ​ທະ​ນົງ​ໃຈຢ່າງ​ເລິກ​ເຊິ່ງ. ​​ເມື່ອໄດ້​ຮັບ​ຊົມ, ຮັບ​ຟັງ​ຜ່ານ​ການເລົ່າ​ເລື່ອງ​ຂອງ​ບັນດາ​ນັກຮົບ​ເກົ່າ, ບັນດາຕົວ​ພິຍານ​ປະຫວັດສາດ, ຂ້າພະ​ເຈົ້າ​ຮູ້ສຶກຄື​ດັ່ງ​ຕົນ​ເອງໄດ້​ກັບ​ຄືນ​ສູ່​ບັ້ນ​ຮົບ​​​ໃນ​ເມື່ອກ່ອນ. ​ຂ້າພະ​ເຈົ້າ ​ແລະ ປະຊາຊົນ​ທຸກ​ຄົນ​ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ, ປະກອບສ່ວນ​ສ້າງສາ​ເຂດ​ດິນ​ແດນ​​ແຫ່ງນີ້​​ໃຫ້ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ ​ແລະ ​ຮັ່ງມີ​ເຂັ້ມ​ແຂງ”

ຂ່າວ/ບົດ​ອື່ນ