ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 472 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 472 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 472 ລ້ານຄົນ - ảnh 1(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 472 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຫຼາຍທີ່ສຸດ, ດ້ວຍຜູ້ຕິດເຊື້ອກວ່າ 81,4 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 998,000 ຄົນ. ອິນເດຍ ຢືນອັນດັບທີ 2 ຂອງໂລກກ່ຽວກັບຈຳນວນຜູ້ເສຍຊີວິດ, ດ້ວຍກວ່າ 657,000 ຄົນ. ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຫຼາຍທີ່ສຸດດ້ວຍຜູ້ຕິດເຊື້ອກວ່າ 170,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,7 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ