ທ​ົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 4 ລ້ານ​ຄົນ

(VOVWORLD) -   ໄລ່ຮອດຕອນເຊົ້າວັນທີ 7 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 185 ລ້ານຄົນ, ໃນນັ້ນ ມີກວ່າ 4 ລ້ານຄົນເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ທ​ົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 4 ລ້ານ​ຄົນ - ảnh 1(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ຖ້າໄລ່ຕາມອັດຕາປະຊາກອນແລ້ວ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ຖັດຈາກນັ້ນແມ່ນ ຮຸງກາຣີ, ບົດສະນີ, ແຮັກໂກເວຍນາ.

        ວັນທີ 6 ກໍລະກົດ, ອົງການຄວບຄຸມ ແລະ ປ້ອງກັນໂລກລະບາດ ສ.ເກົາຫຼີ (KDCA) ໃຫ້ຮູ້ວ່າ ປະເທດນີຢັ້ງຢືນມີຜູ້ຕິດເຊື້ອໄວຣັດປ່ຽນພັນໃໝ່ 4 ຊະນິດຕົ້ນຕໍ ຈາກ ໄວຣັດ SARS – CoV - 2 ຕື່ມອີກ 325 ຄົນ. ອົງການ KDCA ກໍກ່າວເຕືອນວ່າ ສ.ເກົາຫຼີ ກຳລັງຢືນຢູ່ຕໍ່ໜ້າຄວາມສ່ຽງມີຫຼາຍກໍລະນິດຕິດເຊື້ອໄວຣັດປ່ຽນພັນ Delta ຕື່ມອີກ. ອົງການດັ່ງກ່າວກໍໄດ້ຍົກອອກການຄາດຄະເນວ່າ ໄລ່ຮອດທ້າຍເດືອນ ສິງຫາ ຈຳນວນຜູ້ຕິດເຊື້ອໄວຣັດປ່ຽນພັນ Delta ຢູ່ ເອີີຣົບ ແລະ ອາເມລິກາ ຈະຂຶ້ນເຖິງ 90%.

        ສ່ວນຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 07 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 400 ກໍລະກນີ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີຈຳນວນຜູູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດ ດ້ວຍ 347 ກໍລະນີ. ຕອນບ່າຍວັນທີ 7 ກໍລະກົດ, ອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ 5 ກໍລະນີ. ເປັນປັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນດຽວກັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 22.741 ກໍລະນີ, ໃນນັ້ນ ມີ 8.077 ກໍລະນີໄດ້ຮັບການປິ່ນປົວຫາຍດີ ແລະ ມີ 102 ກໍລະນີເສຍຊີວິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ