ທ່ອງທ່ຽວມີຄວາມຮັບຜິດຊອບ ແລະ ມໍລະດົກ ວັດທະນະທຳ

ທ່ອງທ່ຽວມີຄວາມຮັບຜິດຊອບ ແລະ ມໍລະດົກ ວັດທະນະທຳ - ảnh 1
(ພາບປະກອບ)

(vovworld) – ທ່ອງ​ທ່ຽວ​ມີຄວາມ​ຮັບຜິດຊອບ ​ແລ​ະ ມໍລະດົກ​ວັດທະນະ​ທຳ ​ແມ່ນ​ຫົ​ວຂໍ້​ຂອງ​ກອງ​ປະຊຸມ​ສຳມະນາ ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ ສົມທົບ​ກັບ​ຮ່າງ​ລາຍການ​ພັດທະນາ​ກຳລັງ​ຄວາມ​ສາມາດ​ດ້ານ​ການທ່ອງທ່ຽວ​ທີ່​ມີຄວາມຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໂດຍສະຫະພາບ​ເອີ​ລົບ ອຸປະຖຳ (ESRT), ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 03/04, ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນ​ບົດ​ບາດ​ສຳຄັນ​ຂອງ​ມໍ​ລະ​ດົກ​ວັດທະນະທຳ​ໃນ​ການ​ຊຸກຍູ້​​ພັດທະນາການທ່ອງທ່ຽວ, ສ້າງ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ສັງຄົມ. ບັນ​ດາ​ຜູ້​ແທນ​ກໍ່​ສະ​ເໜີ​ມາດ​ຕະການ​​ແກ້​ໄຂ​ຕ່າງໆ​ເພື່ອ​ພັດທະນາດ້ານ​ການທ່ອງທ່ຽວຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກຄື: ການ​ສົມທົບ​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ - ປະຊາ​ຄົມ; ການປັບປຸງ​ກຳລັງ​ຄວາມ​ສາມາດ​ໃນ​ການຄຸ້ມ​ຄອງ​ເພື່ອ​ວາງ​ແຜນກຳນົດ ​ແລະ ຄຸ້ມ​ຄອງ​ຈຳນວນ​ນັກ​ທ່ອງ​ທ່ຽວຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄື​ຜົນ​ກະທົບ​ທີ່ກ່ຽວຂ້ອງ​ຢູ່​ບັນດາ​ສະຖານ​ທີ່​ມໍລະດົກ; ​ເພີ່ມ​ທະວີ​ນະ​ໂຍບາຍ​ໜູນ​ຊ່ວຍ​​ໃຫ້​ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ແຫຼ່ງກຳລັງ​ວັດທະນະທຳ ​ແລະ ສິ່ງ​ແວດ​ລ້ອມ ​ເຂົ້າ​ໃນ​ນະ​ໂຍບານ ​ແລະ ວາງ​ແຜນ​ທ່ອງ​ທ່ຽວ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແຮງ​ກວ່າ​ລະຫວ່າ​ງບັນ​ດາ​ອົງການ​​ຮັບຜິດຊອບ​​ການ​ອະນຸລັກ​ຮັກສາ​ມໍລະດົກວັດທະນະທຳ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ.
ຂ່າວ/ບົດ​ອື່ນ