ທະນາຄານແຫ່ງລັດໃຫ້ຄຳໝັ້ນສັນຍາບໍ່ດັດປັບອັດຕາແລກປ່ຽນເງິນຕາ
(ພາບປະກອບ)
(vovworld) - ໃນສານສົ່ງເຖິງບັນດາອົງການສື່ມວນຊົນຕອນຄຳ່ວັນທີ 24/8, ຮອງຫົວໜ້າຜູ້ວ່າການທະນາຄານແຫ່ງລັດ ຫງວຽນທິຮົ່ງ ໄດ້ຢືນຢັນວ່າ. ທະນາຄານແຫ່ງລັດຢືນຢັນຈະບໍ່ດັດປັບອັດຕາແລກປ່ຽນເງິນຕາອີກ ແລະ ຈະນຳໃຊ້ມາດຕະການຕ່າງໆເພື່ອຮັກສາອັດຕາແລກປ່ຽນເງິນຕາ ແລະ ຕະຫຼາດເງິນຕາຕ່າງປະເທດແຕ່ນີ້ເຖິງທ້າຍປີ 2015 ກໍ່ຄືໃນຊຸມເດືອນຕົ້ນປີ 2016 ເປັນປົກກະຕິ. ຮອງຫົວໜ້າຜູ້ວ່າການທະນາຄານແຫ່ງລັດ ຫງວຽນທິຮົ່ງ ຖືວ່າ, ທະນາຄານແຫ່ງລັດ ສາມາດຄາດຄະເນໄດ້ການຜັນແປຕ່າງໆ, ນັບທັງການຫຼຸດລາຄາເງິນຢວນຂອງຈີນ ແລະ ຄວາມສາມາດເພີ່ມອັດຕາດອກເບ້ຍຂອງກົມສະສົມສະຫະລັດ (Fed) . ນີ້ແມ່ນມາດຕະການລ່ວງໜ້າ, ດັ່ງນັ້ນທະນາຄານແຫ່ງລັດຢືນຢັນວ່າ, ດ້ວຍການປັບລາຄາໃນຊຸມມື້ຜ່ານມານັ້ນ ແມ່ນເພື່ອສ້າງທ່າແກ່ງແຍ້ງຂອງສະກຸນເງິນດົ່ງ ແລະ ເພື່ອຮັບມືກັບການຫັນປ່ຽນຂອງຕະຫຼາດ.