ທະນາຄານໂລກສືບຕໍ່ຮ່ວມເດີນທາງ,ຫນູນຊ່ວຍຫວຽດນາມປະຕິບັດບັນດາເປົ້າໝາຍເຕີບໂຕແລະພັດທະນາ
(VOVWORLD) -ທະນາຄານໂລກ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ປະຕິບັດບັນດາມາດຕະການປະຕິຮູບ
ຄະນະອຳນວຍການທະນາຄານໂລກ (WB) ຫາກໍ່ຮັບຮອງເອົາຮ່າງແຜນການຄູ່ຮ່ວມມືແຫ່ງຊາດໃຫມ່ຂອງກຸ່ມທະນາຄານໂລກ ກັບຫວຽດນາມ, ວາງອອກບັນດາການກຳນົດທິດສືບຕໍ່ຫນູນຊ່ວຍຫວຽດນາມ ຢ່າງແຮງ, ຮ່ວມເດີນທາງກັບ ຫວຽດນາມໃນວິວັດການປັບປຸງຜົນງານແຫ່ງການພັດທະນາ ແລະ ປະຕິບັດບັນດາເປົ້າໝາຍເຕີບໂຕ ແລະ ພັດທະນາ. ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດ ທະນາຄານໂລກ ປະຈຳຫວຽດນາມ ຢືນຢັນວ່າ: ໃນໄລຍະປະຕິບັດຮ່າງແຜນການຄູ່ຮ່ວມມືແຫ່ງຊາດຈະມາເຖິງ, ທະນາຄານໂລກ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ປະຕິບັດບັນດາມາດຕະການປະຕິຮູບ ເພື່ອສ້າງການກະທົບທີ່ມີລັກສະນະຍຸດທະສາດ.