ທະຫານປະສົມໂດຍ ອາເມລິກາ ນຳໜ້າຍິງເຮືອບິນກອງທັບ ຊີຣີ ຕົກ

(VOVWORLD) - ວັນທີ 18 ມິຖຸນາ, ກອງທັບ ຊີຣີ ໃຫ້ຮູ້ວ່າ: ທະຫານປະສົມໂດຍ ອາເມລິກາ ນຳໜ້າໄດ້ຍິງເຮືອບິນລຳໜຶ່ງຂອງກອງທັບ ຊີຣີ ຕົກຢູ່ເຂດຊົນນະບົດຂຶ້ນກັບແຂວງ Raqqa ເມື່ອເຮືອບິນດັ່ງກ່າວພວມປະຕິບັດໜ້າທີ່ສູ້ຮົບຕ້ານບັນດາມືປືນຂອງອົງການລັດອິດສະລາມ (IS)
ທະຫານປະສົມໂດຍ ອາເມລິກາ ນຳໜ້າຍິງເຮືອບິນກອງທັບ ຊີຣີ ຕົກ - ảnh 1(ພາບປະກອບ) 

ໂທລະພາບແຫ່ງຊາດ ຊີຣີ ຊີ້ແຈ້ງວ່າ ເຮືອບິນຖືກຍັງຕົກ ແລະ ນັກບິນຖືກຫາຍສາບສູນ. ແລະໃນວັນດຽວກັນ ກຳລັງທະຫານພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າ ໄດ້ຍິງລູກສອນໄຟຫລາຍລູກເລັ່ງໃສ່ບັນດາເຂດໃຈກາງຂອງກຸ່ມກໍ່ການຮ້າຍລັດອິດສະລາມ (IS) ຢູ່ເຂດ Deir Ezzor ຂອງ ຊີຣີ ເພື່ອໂຕ້ຕອບ 2 ເຫດບຸກຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ນະຄອນຫລວງ Tehran ເມື່ອວັນທີ 07 ມິຖຸນາ ເຮັດໃຫ້ຄົນເສຍຊີວິດ ແລະ ຮັບບາດເຈັບນັບ 20 – 30 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ