ທະຫານອາເມລິກາຈະບໍ່ມີໜ້າຢູ່ອີຣັກພາຍຫຼັງບັ້ນຮົບຕໍ່ສູ້ຕ້ານ IS

(VOVWORLD) - ທະຫານສູ້ຮົບຂອງອາເມລິກາ ຈະບໍ່ມີໜ້າຢູ່ອີຣັກ ພາຍຫຼັງສິ້ນສຸດບັ້ນຮົບຕໍ່ສູ້ຕ້ານອົງການລັດອິດສະລາມ (IS) ອ້າງຊື່ເອງ. 

(vovworld) - ທະຫານສູ້ຮົບຂອງອາເມລິກາ ຈະບໍ່ມີໜ້າຢູ່ອີຣັກ ພາຍຫຼັງສິ້ນສຸດບັ້ນຮົບຕໍ່ສູ້ຕ້ານອົງການລັດອິດສະລາມ (IS) ອ້າງຊື່ເອງ. 

ທະຫານອາເມລິກາຈະບໍ່ມີໜ້າຢູ່ອີຣັກພາຍຫຼັງບັ້ນຮົບຕໍ່ສູ້ຕ້ານ IS - ảnh 1 (ພາບປະກອບ: AFP)

ຄຳຖະແຫຼງດັ່ງກ່າວຂອງທ່ານນາຍົກລັດຖະມົນຕີອີຣັກ Haider al Abadi ຍົກອອກມາໃນວັນທີ 05/05 ຢືນຢັນວ່າ, ບໍ່ມີທະຫານສູ້ຮົບຕ່າງປະເທດໃດໆຢູ່ເຂດດິນແດນຂອງອີຣັກ. ຕາມທ່ານ al Abadi ແລ້ວ, ບໍ່ວ່າທະຫານອາເມລິກາຄົນໃດ ຍັງຢູ່ອີຣັກ ພາຍຫຼັງພວກ IS ຖືກຕີໃຫ້ປະລາໄຊ ຈະພຽງມີໜ້າທີ່ໃຫ້ຄຳປຶກສາ, ຝຶກອົບຮົມບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ເພື່ອຊ່ວຍໃຫ້ບັນດາກຳລັງພາຍໃນປະເທດ “ກຽມພ້ອມການຮັບມືກັບບໍ່ວ່າສິ່ງທ້າທາຍດ້ານປ້ອງກັນຄວາມສະຫງົບໃດໃນອະນາຄົດເທົ່ານັ້ນ”.

        ກ່ອນໜ້ານັ້ນ, ສຳນັກຂ່າວສານ AP ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານອາເມລິກາ ແລະ ອີຣັກ ໂດຍບໍ່ເຜີຍຊື່ ໃຫ້ຮູ້ວ່າ, ວໍຊິງຕັນ ແລະ ແບກແດດ ພວມແລກປ່ຽນກ່ຽວກັບການຮັກສານາຍທະຫານອາເມລິກາ ຢູ່ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ