ທະເລຕາເວັນອອກ:ຮ່ວມມືເພື່ອຄວາມໝັ້ນຄົງແລະພັດທະນາຢູ່ພາກພື້ນ

 

ທະເລຕາເວັນອອກ:ຮ່ວມມືເພື່ອຄວາມໝັ້ນຄົງແລະພັດທະນາຢູ່ພາກພື້ນ - ảnh 1
ພາບປະກອບ:internet


(vovworld)- ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ຊື່​ງຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/11 ຢູ່ ​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ ຊື່​ງ​ແມ່​ນນັກຮຽນ​ຮູ້, ຜູ້​ຊ່ຽວຊານ, ​ເຈົ້າ​ຫນ້າ​ທີ່​ລັດຖະບານ​ພາຍ​ໃນ ​ແລະ ສາກົນ ພ້ອມ​ດ້ວຍ​ຜູ້ຕາງຫນ້າ​ບັນດາ​ທູຕານຸທູດ​ຢູ່​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ຕົ້ນຕໍຄື: ບັນດາ​ການ​ຜັນ​ແປ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ອາ​ຊຽນ ​ແລະ ທະ​ເລ​ຕາ​ເວັນ​ອອກ; ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ທະ​ເລ​ຕາ​ເວັນ​ອອກ, ກົດໝາຍ​ສາກົນ, ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ທະ​ເລ​ຕາ​ເວັນ​ອອກ;​ບົດຮຽນ​ສາກົນ ​ແລະ ພາກ​ພື້ນ​ໃນ​ການ​ແກ​້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕີ​ລາຄາ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC) ​ແລະ ການ​ປະຕິບັດ DOC. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດັ້ງ​ດີງກູ​ຍ, ຫົວຫນ້າ​ສະ​ຖາ​ບັນ​ການ​ທູດ ຫວຽດນາມ ຖື​ວ່າ: ​ໃນ 5 ປີຜ່ານມາ​, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ. ປະຊາ​ຄົມ​ພາກ​ພື້ນ ​ແລະ ສາກົນ ​ໄດ້​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ບັນດາ​ຝ່າຍ​ຍັງ​ສືບ​ຕາມ​ຜົນ​ປະ​ໂຫຍ​ດ​ໃນ​ຕໍ່ຫນ້າ. ສະ​ນັ້ນ ​ໄລຍະ​ຈະ​ມາ​ເຖິງ ທະ​ເລ​ຕາ​ເວັນອອກ​ຈະ​ສືບ​ຕໍ່​ແມ່ນ​​ເຂດ​ເກີດ​ການ​ພິພາດ​ຢ່າງ​ສັບສົນ​ກວ່າ​ໝູ່​​ໃນ​ໂລກ.

​ແລະ​ກໍ​ໃນ​ວາລະ​ໄຂ​ກອງ​ປະຊຸມ, ທ່ານ Nyan Lynn, ຮອງ​​ເລຂາທິການ​ໃຫຍ່ ອາ​ຊຽນ ​ໄດ້​ມອບ​ສານ​ຂອງ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ສົ່ງ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ. ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມີ​ງ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ຝ່າຍ​ປະຕິບັດ​ຖະ​ແຫລ​ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ຄົບຖ້ວນ ​ແລະ ຍູ້​ໄວວິວັດການເຈລະຈາປະມວນຂໍ້ ກຳນົດ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ(COC).

“ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຮັບປະກັນ​ການ​ປະຕິ​ບັດ ​ແລະ ສ້າງ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ບົນ​ພື້ນຖານ​ເຄົາລົບຢ່າງ​ເຂັ້ມ​ງວດ​ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ເຈລະຈາ​ກັບ​ຈີນ ກ່ຽວ​ກັບ​ການ​ສ້າງ COC. ຕາມ​ທັດສະນະ​ຂອງ​ພວກ​ຂ້າພະ​ເຈົ້າ, ​ເລື່ອງ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ COC ຄວນ​ໄດ້​ຮັບ​ຮູ້​ບົນ​ພື້ນຖານ​ກຳລັງ​ແຮງ​ສັງ​ລວມກໍ​ຄື​ຄວາມ​ສາມັກຄີ​ຂອງ​ບັນດາ​ຝ່າຍ​ເພື່ອ​ໃຫ້​ວິວັດ​ການ​ເຈລະຈາ​ໄດ້​ຮັບ​ການ​ຍູ້​ໄວ ​ແລະ ມີ​ປະສິດທິ​ຜົນ.”

 

 

ຂ່າວ/ບົດ​ອື່ນ