ທາງຫຼວງເລກ 3 ຕອນ ຮ່າໂນ້ຍ - ທ້າຍງວຽນ ນຳເຂົ້າໃຊ້ການ

ທາງຫຼວງເລກ 3 ຕອນ ຮ່າໂນ້ຍ - ທ້າຍງວຽນ ນຳເຂົ້າໃຊ້ການ - ảnh 1
ທາງ​ຫຼວງ​ເລກ 3 ຕອນ​ ຮ່າ​ໂນ້ຍ - ທ້າຍ​ງວຽນ ນຳ​ເຂົ້າ​ໃຊ້​ການ
(ພາບ: chinhphu.vn)


(vovworld) - ​ ຕອນ​ເຊົ້າວັນ​ທີ 13/07, ຢູ່​ເມືອງ ​​ໂພ​ອຽນ, ​ແຂວງ ທ້າຍ​ງວຽນ, ກະຊວງ​ຄົມ​ມະນະ​ຄົມ​ຂົນ​ສົ່ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ທ້າຍ​ງວຽນ ​ໄດ້​ຈັດ​ພິທີຕັດ​​ແຖບ​ຜ້າ, ນຳ​ທາງ​ຫຼວງ​ເລກ 3 ຕອນ​ຜ່ານ​ແຂວງ​ທ້າຍ​ງວຽນ ເຂົ້າ​ໃຊ້​ການ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງຊາດຫວຽດນາມ ຮີນງງອກ​ເຊີນ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລະ ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ຕ່າງໆເຂົ້າ​ຮ່ວມພິທີ. ​ໂຄງການ​ກໍ່ສ້າງ​ທາງ​ຫຼວງ​ເລກ 3 ​ໃໝ່, ຕອນ ຮ່າ​ໂນ້ຍ - ທ້າຍ​ງວຽນ ມີ​ລວງ​ຍາວ 63,8 ກມ, ​ຜ່ານ 3 ​ແຂວງ​ ​ແລະ ນະຄອນ​ຄື: ​ຮ່າ​ໂນ້ຍ, ບັກ​ນິງ ​ແລະ ທ້າຍ​ງວຽນ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ໃຫ້​ແກ່​ໂຄງການ​ກວ່າ 10.000 ຕື້​ດົງ. ​ໃນ​ນັ້ນ, ທຶນ​ກູ້​ຢືມ​ ODA ຂອງຍີ່ປຸ່ນ ​ແມ່ນ 6.664 ຕຶ້ດົງ ​ແລະ ທຶນ​ສົມທົບ​ຂອງ​ຫວຽດນາມ ກວ່າ 3.340 ຕຶ້ດົງ. ນີ້​ແມ່ນ​​ເສັ້ນທາງ​ດ່ວນ​ທີ່​ນຳ​ໃຊ້​ທຶນ ODA ຂອງ​ລັດຖະບານ​ຍີ່ປຸ່ນ ທຳ​ອິດ ​ໄດ້​ຮັບ​ການສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ຂຸດ​ຄົ້ນ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ