(vovworld) - ໂດຍສືບຕໍ່ລາຍກາຍກວດກາການຊີ້ນຳນຳພາ ແລະ ການປະຕິບັດຄຳສັ່ງເລກທີ 3 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ຢູ່ບັນດາແຂວງທິດຕາເວັນຕົກສຽງເໜືອ, ຕອນເຊົ້າວັນທີ 21/10, ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ມີການເຮັດວຽກກັບຄະນະພັກແຂວງດ້ຽນບຽນ. ທ່ານ Le Hong Anh ໄດ້ຍ້ອງຍໍແຂວງດ້ຽນບຽນ ໃນການປະຕິບັດຄຳສັ່ງເລກທີ 3 ຂອງກົມການເມືອງຢ່າງເຂັ້ມງວດ. ເລື່ອງປະຕິບັດທີ່ມີຂັ້ນຕອນ ແລະ ມີຫົວຄິດປະດິດສ້າງ, ບໍ່ພຽງແຕ່ຖືກກັບການແນະນຳເທົ່ານັ້ນ ຫາກຍັງເພີ່ມເຕີ່ມໃຫ້ເໝາະສົມກັບເງື່ອນໄຂຕົວຈິງຢູ່ທ້ອງຖິ່ນອີກດ້ວຍ. ວິວັດການສະຫຼຸບ, ຖອດຖອນບົດຮຽນ, ຍົກອອກບັນດາວຽກງານທີ່ເຮັດໄດ້, ບັນດາວຽກງານທີ່ຍັງຄົງຄ້າງ, ເຊິ່ງຈຳກັດ; ຍ້ອງຍໍບັນດາໝູ່ຄະນະສ່ວນບຸກຄົນປະຕິບັດເປັນຢ່າງດີຢ່າງທັນການ. ທ່ານ Le Hong Anh ປາດຖະນາວ່າ ແຂວງດ້ຽນບຽນ ສືບຕໍ່ປະຕິບັດບັ້ນຂົນຂວາຍຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໃນໄລຍະຈະມາເຖິງເປັນຢ່າງດີ ແລະ ຖືວ່າ ນີ້ແມ່ນໜ້າທີ່ຍາວນານຕະຫຼອດໄປ, ສືບຕໍ່ຊີ້ນຳປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ເອົາໃຈໃສ່ລົງທຶນ, ເບິ່ງແຍງດູແລບັນດາຕາແສງຢູ່ເຂດພູດອຍເສັ້ນຊາຍແດນ, ເຂດຫາງໄກສອກຫຼີກ.