ທ່ານ Mikhail Gorbachev, ປະທານາທິບໍດີຄົນທຳອິດ ແລະ ໜຶ່ງດຽວຂອງ ໂຊວຽດ ເຖິງແກ່ມໍລະນະກຳ

(VOVWORLD) - ປີ 1990, ທ່ານໄດ້ຮັບລາງວັນ Nobel ສັນຕິພາບ. ທ່ານໄດ້ຮັບໃບປະກາດສະນິຍະບັດປະລິຍາເອກກິດຕິມະສັກຂອງມະຫາວິທະຍາໄລກ່ວາ 30 ແຫ່ງໃນໂລກ
ທ່ານ Mikhail Gorbachev, ປະທານາທິບໍດີຄົນທຳອິດ ແລະ ໜຶ່ງດຽວຂອງ ໂຊວຽດ ເຖິງແກ່ມໍລະນະກຳ - ảnh 1ທ່ານ Mikhail Gorbachev, ປະທານາທິບໍດີຄົນທຳອິດ ແລະ ໜຶ່ງດຽວຂອງ ໂຊວຽດ (ພາບ:Reuters)

ວັນທີ 30 ສິງຫາ, ສື່ມວນຊົນ ລັດເຊຍ ໄດ້ໃຫ້ຂ່າວວ່າ: ທ່ານ Mikhail Gorbachev, ປະທານາທິບໍດີຄົນທຳອິດ ແລະ ໜຶ່ງດຽວຂອງ ໂຊວຽດ (ກຳອຳນາດໃນເວລາ 6 ປີ), ໄດ້ເຖິງແກ່ມໍລະນະກຳໃນວັນທີ 30 ສິງຫາ, ລວມອາຍຸ 92 ປີ.

        ຕາມສຳນັກຂ່າວສານລັດເຊຍ Tass ແລ້ວ, ພາຍຫຼັງໄດ້ເປັນການນຳສູງສຸດຂອງ ໂຊວຽດ, ທ່ານໄດ້ສະເໜີນຳໃຊ້ຕຳແໜ່ງ ປະທານາທິບໍດີ ແລະ ຍົກເລີກມາດຕາໃນລັດຖະທຳມະນູນກ່ຽວກັບບົດບາດຂອງການນຳຂອງພັກກອມມູນິດ. ປີ 1990, ທ່ານໄດ້ຮັບລາງວັນ Nobel ສັນຕິພາບ. ທ່ານໄດ້ຮັບໃບປະກາດສະນິຍະບັດປະລິຍາເອກກິດຕິມະສັກຂອງມະຫາວິທະຍາໄລກ່ວາ 30 ແຫ່ງໃນໂລກ, ເຂົ້າຮ່ວມການເຄື່ອນໄຫວຂອງຫຼາຍອົງການສາກົນ, ນຳສະເໜີ, ບັນລະຍາຍ, ຂຽນປື້ມ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານການກຸສົນ. ນອກຈາກກອງທຶນ Gorbachev, ທ່ານຍັງໄດ້ສ້າງ ເວທີປາໄສນະໂຍບາຍໂລກ, ເວທີປາໄສຂອງຜູ້ທີ່ໄດ້ຮັບລາງວັນ Nobel ສັນຕິພາບ, ອົງການກາຂຽວສາກົນ ແລະ ເວທີປາໄສລັດເຊຍ - ເຢຍລະມັນ “ການໂອ້ລົມສົນທະນາ Petersburg”

ຕອບກັບ

ຂ່າວ/ບົດ​ອື່ນ