ທ່ານ Obama ສືບຕໍ່ຍາດໄດ້ ໄຊຊະນະຢູ່ລັດ Florida

ທ່ານ Obama ສືບຕໍ່ຍາດໄດ້ ໄຊຊະນະຢູ່ລັດ Florida - ảnh 1
ທ່ານ​ປະທານາທິບໍດີ Barack Obama
ແລະ ຕັ້ງທ່ານ Mitt Romney
(ພາບປະກອບ)


(vovworld) -     ວັນ​ທີ 10/11, ໝາກຜົນ​ຂ​ອງການ​ນັບ​ບັດ​ເລືອກ​ຕັ້ງ​ຢູ່​ລັດ Florida, ​​​ເຊິ່ງ​ແມ່ນລັດສຸດ​ທ້າຍ​ປະກາດ​ໝາກຜົນ​ການ​ນັບ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ການ​ ປີ 2012 ​ໃຫ້​ເຫັນ​ວ່າ, ທ່ານ​ປະທານາທິບໍດີ​ຄົນ​ປະຈຸ​ບັນ Barack Obama ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​ຢູ່​ລັດ​ນີ້​ດ້ວຍ 29 ບັດສະໜັບສະໜູນຂອງ​ຜູ້​ຕາງໜ້າຜູ້​ມີ​ສິດ​ເລືອກ​ຕັ້ງ. ສະ​ນັ້ນ, ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຜ່ານ​ມາ, ທ່ານ​ປະທານາທິບໍດີ​ຄົນ​ປະຈຸ​ບັນ Barack Obama ຍາດ​ໄດ້​ໄຊ​ຊະນະຢ່າງ​ຂາດ​ຂັ້ນ​ດ້ວຍ 332 ບັດສະໜັບສະໜູນຂອງ​ຜູ້​ຕາງໜ້າຜູ້​ມີ​ສິດ​ເລືອກ​ຕັ້ງ, ​ລື່ນ​ກ່າຍຈຳນວນ​ບັດ​ສະໜັບສະໜູນ​ເຊິ່ງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທ່ານ Mitt Romney ​ຍາດ​ໄດ້ແມ່ນ 206 ບັດ. ນີ້​ແມ່ນ​ໝາກຜົນ​ທີ່​ແປກ​ປະຫຼາດ​ໃຈ​ໃນ​ຂະນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ  ການ​ຊ່ວງ​ເສັງເຂົ້າ​ທຳນຽບຂາວ​ຈະມີ​ລັກສະນະ​ຂ້ຽວຂາດ ດ້ວຍ​ຈຳນວນ​ບັດ​ສະໜັບ​ສະ​ນູນ​ເທົ່າ​ທຽມ​ກັນ ​ແລະ ຍາກ​ທີ່​ຈະຮູ້​ໄດ້​ວ່າ​ຜູ້​ໃດ​ຈະຍາດ​ໄດ້​ໄຊຊະນະ​​ໃນ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ