ທ່ານ​ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ພົບ​ປະ​ກັບ​ທ່ານ Kim Jong – Un ປະ​ທານ ສ​ປ​ປ.ເກົາຫຼີ

(VOVWORLD) - ທ່ານ Kim Jong-Un ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ ແລະ ສະແດງຄວາມຂອບໃຈທີ່ໄດ້ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ ກັບ ສປປ.ຢ່າງລອບຄອບຖີ່ຖ້ວນ.
ທ່ານ​ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ພົບ​ປະ​ກັບ​ທ່ານ Kim Jong – Un ປະ​ທານ ສ​ປ​ປ.ເກົາຫຼີ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kim Jong – Un ປະທານ ສປປ.ເກົາຫຼີ 

ໃນຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟູກ ນາຍົກລັດຖະມົນຕີ ຫວຽດນາມ  ໄດ້ພົບປະກັບທ່ານປະທານ ພັກແຮງງານ ສປປ.ເກົາຫຼີ, ທ່ານ Kim Jong-un ປະທານຄະນະກໍາມະການປ້ອງກັນປະເທດຂອງ ສປປ.ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູກ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ ຖືເປັນສຳຄັນ ແລະ ຫວັງວ່າ ຈະປັບປຸງ ແລະ ພັດທະນາກການພົວພັນມິດຕະພາບເປັນມູນເຊື້ອກັບພັກ, ລັດ ແລະ ປະຊາຊົນ ສປປ.ເກົາຫຼີ. ຫວຽດນາມ ສະຫນັບສະຫນູນ ສປປ.ເກົາຫລີ ໃນການພັດທະນາເສດຖະກິດ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ລັດຖະບານ ແລະປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມກັບລັດຖະບານ ແລະ ປະຊາຊົນ ສປປ.ເກົາຫຼີ ເພື່ອຄົ້ນຫາ ແລະ ສົ່ງເສີມການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສອດຄ່ອງກັບລະບຽບການ ແລະ ຄໍາຫມັ້ນສັນຍາຂອງສາກົນຂອງແຕ່ລະປະເທດ; ພ້ອມແລ້ວທີ່ຈະປະສານສົມທົບກັນໃນການຈັດຕັ້ງບັນດາກິດຈະກຳທີ່ມີຄວາມໝາຍຢ່າງແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020.

ກ່ຽວກັບສະພາບການໃນແຫຼມ ເກົາຫຼີ, ທ່ານ ຫງວຽນຊວນຟູກ ນາຍົກລັດຖະມົນຕີ  ໄດ້ຢັ້ງຢືນວ່າ ຈະເປັນເພື່ອນມິດທີ່ດີຂອງປະຊາຊົນ ສປປ.ເກົາຫຼີ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ໃນການສະໜັບສະໜູນ ແຫຼມເກົາຫຼີ ທີ່ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ; ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ສປປ.ເກົາຫຼີ ແລະ ອາເມລິກາ ຢູ່ທີ່ກອງປະຊຸມສຸດຍອດຄັ້ງທີ່ສອງ, ສະແດງຄວາມປາດຖະໜາວ່າບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຊຸກຍູ້ການສົນທະນາ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໂດຍສັນຕິວິທີ. ຫວຽດນາມໄດ້ ແລະ ກຳລັງ ສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນວິວັດການດັ່ງກ່າວ.

ສ່ວນທ່ານ Kim Jong-Un ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊີ່ງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນພາລະກິດສ້າງສາປະເທດຊາດ ແລະ ພັດທະນາ ເສດຖະກິດ - ສັງຄົມ ເຊິ່ງ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ; ຢັ້ງຢືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ຂອງ ສປປ.ເກົາຫຼີ ແມ່ນສືບຕໍ່ປັບປຸງ ແລະ ພັດທະນາ ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະກ້າວຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ