ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຝລັ່ງ Edouard Philippe

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນກັບຝລັ່ງຢູ່ບັນດາປະເທດເອີລົບ ແລະ ສະເໜີ ຝລັ່ງສະໜັບສະໜູນຫວຽດນາມໃນການຊຸກຍູ້ລັດຖະສະພາເອີຣົບ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໂດຍໄຫວ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຝລັ່ງ Edouard Philippe - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຝລັ່ງ Edouard Philippe (ພາບ: TTXVN)

ຕອນເຊົ້າວັນທີ 02 ເມສາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຝລັ່ງ Edouard Philippe. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແບ່ງປັນວ່າ ໃນວັນທີ 01 ເມສາ ທີ່ຜ່ານມາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມີການແລກປ່ຽນກັບຜູ້ແທນວິສາຫະກິດຫຼາຍແຫ່ງຂອງຝລັ່ງ. ບັນດາວິສາຫະກິດຝລັ່ງ ມີຄວາມສົນໃຈເຖິງການລົງທຶນເຂົ້າຫວຽດນາມທີ່ສຸດ. ຕາມທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລ້ວ ບັນດາການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ, ພ້ອມກັບການຍູ້ແຮງການຮ່ວມມືດ້ານການເມືອງ-ການຕ່າງປະເທດ ໄດ້ປະກອບສ່ວນເປີດແງ່ຫວັງ ແລະ ກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນກັບຝລັ່ງຢູ່ບັນດາປະເທດເອີລົບ ແລະ ສະເໜີ ຝລັ່ງສະໜັບສະໜູນຫວຽດນາມໃນການຊຸກຍູ້ລັດຖະສະພາເອີຣົບ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໂດຍໄຫວ.

        ທ່ານ ນາຍົກລັດຖະມົນຝລັ່ງ Edouard Philippe ຢັ້ງຢືນວ່າ ຝລ່ັງ ຍາມໃດກໍສະໜັບສະໜູນຫວຽດນາມ ແລະ ປາດຖະໜາວ່າ ສັນຍາສະບັບດັ່ງກ່າວ ຈະໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວ.

ແລະໃນຕອນເຊົ້າວັນທີ 2 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ພົບປະກັບ ທ່ານ ປະທານສະພາສູງ ຝລັ່ງ Gerand Larcher. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ໄດ້ຊີ້ແຈ້ງວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບເອີລົບ, ໃນນັ້ນມີ ຝລັ່ງແມ່ນຄູ່ຮ່ວມມືບຸລິມະສິດ.ທ່ານນາງປະທານສະພາແຫ່ງຊາດໄດ້ສະແດງຄວາມຫວັງວ່າ ດ້ວຍຖານະ ແລະ ບົດບາດ ຂອງປະເທດ ຝລັ່ງ ຢູ່ ເອີລົບ, ຝລັ່ງ ແລະ ສະພາສູງ ຝລັ່ງຈະ ສະໜັບສະໜູນ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບ ສະຫະພາບ ເອີລົບ, ໃນນັ້ນມີການ, ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໂດຍໄວ ເພາະວ່າ ສັນຍາດັ່ງກ່າວຈະສ້າງກາລະໂອກາດການຮ່ວມມືຢ່າງຫຼວງຫຼາຍ ແລະ ນຳມາເຊິ່ງຜົນປະໂຫຍດລວມໃຫ້ແກ່ທັງສອງຝ່າຍ.

        ສ່ວນທ່ານປະທານສະພາສູງ ຝລັ່ງ ຢັ້ງຢືນວ່າ: ແມ່ນແນ່ນອນວ່າສັນຍາ EVFTA ຈະໄດ້ຮັບຮອງເອົາໃນ ປີ 2019, ຕາມທ່ານແລ້ວ, ການລົງນາມ ແລະ ໃຫ້ສັດຕະຍາບັນ EVFTA ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກ EU ເທົ່ານັ້ນ ຫາກຍັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດຢູ່ນອກສະຫະພາບເອີລົບອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ