ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່ວິສາຫະກິດທີ່ມີການປະກອບສ່ວນໃນການຊ່ວຍເຫຼືອປະຊາຄົມ.

(VOVWORLD) -ມີຫຼາຍວິສາຫະກິດ ຫວຽດນາມ ໄດ້ ແລະ ກຳລັງຖືການເຄື່ອນໄຫວກຸສົນ, ສະຫວັດດິການສັງຄົມ ເປັນໜຶ່ງໃນບັນດາຄາດໝາຍທີ່ບໍ່ສາມາດຂາດໄດ້ຂອງການດຳເນີນທຸລະກິດ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່ວິສາຫະກິດທີ່ມີການປະກອບສ່ວນໃນການຊ່ວຍເຫຼືອປະຊາຄົມ. - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່ວິສາຫະກິດ

ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະ ແລະ ມອບຂອງຂວັນຂອງບໍລິສັດຫຸ້ນສ່ວນລົງທຶນວັນຟູ້ - Invest ໂດຍມີມູນຄ່າ 23 ຕື້ດົງ ໃຫ້ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອປະຊາຄົມ.

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການພັດທະນາ ຂອງປະຊາຄົມວິສາຫະກິດ ຫວຽດນາມ ໃນໄລຍະທີ່ຜ່ານມາ. ມີຫຼາຍວິສາຫະກິດ ຫວຽດນາມ ໄດ້ ແລະ ກຳລັງຖືການເຄື່ອນໄຫວກຸສົນ, ສະຫວັດດິການສັງຄົມ ເປັນໜຶ່ງໃນບັນດາຄາດໝາຍທີ່ບໍ່ສາມາດຂາດໄດ້ຂອງການດຳເນີນທຸລະກິດ. ທ່ານນາງ ຫງວຽນທິກິມເງິນ ຍັງອວຍພອນປະຊາຄົມວິສາຫະກິດ ຫວຽດນາມ ເວົ້າລວມ ແລະ ບໍລິສັດຫຸ້ນສ່ວນລົງທຶນວັນຟູ້ - Invest ເວົ້າສະເພາະ ຈະສືບຕໍ່ປະສົບຜົນສຳເລັດໃນການຜະລິດ ແລະ ດຳເນີນທຸລະກິດ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ