ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະພາແຫ່ງຊາດກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Khuon Sudary, ຮອງປະທານສະພາແຫ່ງຊາດກຳປູເຈຍ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະພາແຫ່ງຊາດກຳປູເຈຍ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ຕ້ອນຮັບທ່ານນາງ Khuon Sudary, ຮອງປະທານສະພາແຫ່ງຊາດກຳປູເຈຍ)

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະສົມທົບກັບສະພາແຫ່ງຊາດກຳປູເຈຍ, ສະພາສູງກຳປູເຈຍ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ການເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ, ກໍຄືການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ຈັດຕັ້ງການຕິດຕາມກວດກາການປະຕິບັດບັນດາສົນທິສັນຍາສາກົນ, ຂໍ້ຕົກລົງສາກົນເຊິ່ງລັດຖະບານ 2 ປະເທດໄດ້ລົງນາມເວົ້າລວມ ເພື່ອປະກອບສ່ວນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ.

        ສ່ວນທ່ານນາງ Khuon Sudary, ຮອງປະທານສະພາແຫ່ງຊາດກຳປູເຈຍ ໃຫ້ຮູ້ວ່າ, ກຳປູເຈຍ ພວມມານະພະຍາຍາມພັດທະນາປະເທດຊາດ ເພື່ອນຳມາເຊິ່ງຄວາມວັດທະນາຖາວອນ, ການດຳລົງຊີວິດທີ່ອີ່ມໜຳສຳລານໃຫ້ແກ່ປະຊາຊົນ. ກຳປູເຈຍ ບໍ່ສາມາດຫຼົງລືມການສະໜັບສະໜູນ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ປົດປ່ອຍປະເທດຊາດໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ, ນຳມາເຊິ່ງການຟື້ນຟູ ແລະ ພັດທະນາປະເທດກຳປູເຈຍ ໃນປະຈຸບັນ. ທ່ານນາງ Khuon Sudary ຖືວ່າ, ການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເມື່ອເດືອນ ກຸມພາ 2019 ຜ່ານມາ ແມ່ນສິ່ງພິສູດໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງກຳປູເຈຍ - ຫວຽດນາມ ໄດ້ຮັບການພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ