ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກ “ຄວາມສາມັກຄີ ໃນໂລກຖືກແບ່ງແຍກ”

(VOVWORLD) -  ທ່ານນາງຮອງປະທານປະເທດ ຢັ້ງຢືນບົດບາດປະຫວັດສາດຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ດ້ວຍ 120 ປະເທດສະມາຊິກ, ຕາງໜ້າໃຫ້ເກືອບ 60% ຈຳນວນປະຊາກອນໂລກ ແລະ ກວມປະມານ 20% ຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກ “ຄວາມສາມັກຄີ ໃນໂລກຖືກແບ່ງແຍກ” - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ມີບົດຄຳເຫັນສຳຄັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ
(ພາບ:TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ງສູງຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມຢູ່ນະຄອນຫຼວງ Kampala, ປະເທດ Uganda, ຕອນເຊົ້າວັນທີ 20 ມັງກອນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ມີບົດຄຳເຫັນສຳຄັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ.

          ທ່ານນາງຮອງປະທານປະເທດ ຢັ້ງຢືນບົດບາດປະຫວັດສາດຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ດ້ວຍ 120 ປະເທດສະມາຊິກ, ຕາງໜ້າໃຫ້ເກືອບ 60% ຈຳນວນປະຊາກອນໂລກ ແລະ ກວມປະມານ 20% ຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກ, ຂະບວນການຈະສືບຕໍ່ແມ່ນສຽງເວົ້ານຳພາ, ຊຸກຍູ້ຂະບວນການໃນໂລກພວມຖືກແບ່ງແຍກ.

          ເພື່ອສືບຕໍ່ເສີມຂະຫຍາຍບົດບາດຂອງຂະບວນການບໍ່ຮ່ວມກຸ່ມ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກວ່າ ບັນດາປະເທດສະມາຊິກຄວນມີສຽງເວົ້າລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ: ຂະບວນການບໍ່ຮ່ວມກຸ່ມ ຕ້ອງສະແດງນ້ຳໃຈສາມັກຄີກັບປະຊາຊົນ ປາແລດສະຕິນ ແລະ ຮຽກຮ້ອງການຍຸບເລິກບັນດາມາດຕະການລົງໂທດ, ຂວໍ້ຳບາດພຽງລຳພັງຝ່າຍດຽວຕ້ານປະເທດ ກຸບາ ແລະ ບັນດາປະເທດສະມາຊິກອື່ນອີກ. ທ່ານນາງຮອງປະທານປະເທດ ຫວຽດນາມ ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດລວມຂອງຂະບວນການ ແລະ ຂອງບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ