ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ຕ້ອນຮັບປະທານໝູ່ບ້ານເດັກ SOS ສາກົນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຂອບອົກຂອບໃຈເຖິງຄວາມເອົາໃຈໃສ່ພິເສດຂອງທ່ານ ປະທານໝູ່ບ້ານເດັກ SOS ສາກົນ ທີ່ສະຫງວນໃຫ້ແກ່ ຫວຽດນາມ, ຊ່ວຍເຫຼືອ ຫວຽດນາມ ສ້າງສາ

ໃນຕອນບ່າຍວັນທີ 19 ທັນວາ, ທີ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ຕ້ອນຮັບທ່ານ Siddhartha Kaul, ປະທານໝູ່ບ້ານເດັກ SOS ສາກົນ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຂອບອົກຂອບໃຈເຖິງຄວາມເອົາໃຈໃສ່ພິເສດຂອງທ່ານ ປະທານໝູ່ບ້ານເດັກ SOS ສາກົນ ທີ່ສະຫງວນໃຫ້ແກ່ ຫວຽດນາມ, ຊ່ວຍເຫຼືອ ຫວຽດນາມ ສ້າງສາ, ພັດທະນາ 67 ໂຄງການໃນ 17 ແຂວງ, ນະຄອນ. ທ່ານຮອງປະທານປະເທດ ຫວຽດນາມ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວຂອງໝູ່ບ້ານເດັກ SOS ສາກົນ ໄດ້ສະແດງໃຫ້ເຫັນນ້ຳໃຈວັດທະນະທຳມະນຸດ, ຄວາມໝາຍມະນຸດສະທຳອັນສູງສົ່ງ. ທ່ານນາງ ດັ້ງທິງອັກທິ້ງ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ການໜູນຊ່ວຍຂອງໝູ່ບ້ານເດັກ SOS ສາກົນ ເພື່ອໃຫ້ ຫວຽດນາມ ມີເງື່ອນໄຂເປີດກ້ວາງໝູ່ບ້ານເດັກ SOS ບາງແຫ່ງຢູ່ບັນດາເຂດ, ພາກໃນໄລຍະຈະມາເຖິງ ແລະ ຢັ້ງຢືນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນບັນດາການປະກອບສ່ວນຂອງບັນດາອົງການ, ໃນນັ້ນມີການຊ່ວຍເຫຼືອຂອງໝູ່ບ້ານເດັກ SOS ສາກົນ; ພ້ອມກັນນັ້ນ ຈະມານະພະຍາຍາມຮັບປະກັນບຸລິມະສິດໃຫ້ແກ່ບັນດາແມ່ ແລະ ຜູ້ທີ່ພວມເຮັດວຽກງານເບິ່ງແຍງດູແລເດັກນ້ອຍຢູ່ບັນດາໝູ່ບ້ານ SOS ຫວຽດນາມ ໃຫ້ດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ