
ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງເຂົ້າຮ່ວມວັນບຸນລົງທົ່ງຢູ່ນາມດິ້ງ
|
(vovworld) – ວັນທີ 16/02, ຢູ່ຕາແສງຢາວຕ໋ຽນ, ເມືອງຢາວທຸຍ, ແຂວງນາມດິ້ງ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເຂົ້າຮ່ວມ “ວັນບຸນລົງທົ່ງ-ກໍ່ສ້າງຊົນນະບົດໃໝ່ ” ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງນາມດິ້ງຈັດຕັ້ງ. “ວັນບຸນລົງທົ່ງ” ເພື່ອແນໃສ່ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ຄວາມພາກພູມໃຈ, ປຸກລະດົມຊາວກະສິກອນ ແລະ ປະຊາຊົນທຸກຊັ້ນຄົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ດຸໝັ່ນຂະຫຍັນພຽນ, ແຂ່ງຂັນກັນອອກແຮງງານທຳການຜະລິດ. ພ້ອມທັງຮັກສາ, ເຊີດຊູ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດຫວຽດນາມ. ທ່ານນາງຟ້າມທິຢຸງ ປະທານສະມາຄົມຊາວກະສິກອນ ຕາແສງຢາວຕ໋ຽນ, ເມືອງຢາວທຸຍ ໃຫ້ຮູ້ວ່າ
“ ນີ້ແມ່ນຄວາມເປັນກຽດທີ່ສຸດ ສຳລັບທ້ອງຖິ່ນ ແລະ ຂ້າພະເຈົ້າເອງ. ຕາແສງຢາວຕ໋ຽນມີຄອບຄົວຜະລິດກະສິກຳເຖິງ 75%. ວັນບຸນເປີດສາກໃນປີໃໝ່ ໄດ້ໃຫ້ຄຳໝັ້ນໝາຍວ່າ ປີນີ້ ລະດູການເກັບກ່ຽວໄດ້ຮັບໝາກຮັບຜົນ. ຂ້າພະເຈົ້າເອງກໍ່ຄືບັນດາສະມາຊິກຊາວກະສິກອນ ແມ່ນມີຄວາມພາກພູມໃຈທີ່ສຸດ, ວັນບຸນໄດ້ສ້າງກຳລັງໜູນໃຫ້ຊາວກະສິກອນລົງທົ່ງແຕ່ຕົ້ນປີ, ເສີມຂະຫຍາຍອາຊີບປູກເຂົ້າທີ່ເປັນມູນເຊື້ອຂອງທ້ອງຖິ່ນ ”.