ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົຕີຫວຍຽດນາມ ໄດ້ເຊັ່ນອະນຸມັດຍຸດທະສາດພັດທະນການສຶກສາໄລຍະ 2011 – 2020 ດ້ວຍຈຸດໝາຍເຖິງປີ 2020, ພື້ນຖານການສຶກສາຫວຽດນາມ ຈະໄດ້ຮັບການປ່ຽນແປງໃໝ່ໂດຍພື້ນຖານ ແລະ ຮອບດ້ານ ຕາມມາດຕະຖານສາກົນ, ທັນສະໄໝ ປະຊາທິປະໄຕ, ຫັນມາເປັນວຽກງານຂອງສັງຄົມ ແລະ ເຊື່ອມໂຍງເຂົ້າກັນສາກົນ, ຄຸນນະພາບການສຶກສາ ໄດ້ຮັບການຍົກສູງຂຶ້ນຢ່າງຮອບດ້ານ. ຈຸດໝາຍລະອຽດທີ່ໄດ້ວາງອອກແມ່ນສຳເລັດການບັນລຸລະດັບສຶກສາຂັ້ນອະນຸບານຢ່າງທົ່ວເຖິງໃຫ້ແກ່ເດັກໄວ 5 ປີ ໃນປີ 2015. ສຳລັບການສຶກສາສາມັນ ສູ້ຊົນເຖິງປີ 2020 ອັດຕານັກຮຽນໄປໂຮງຮຽນຖືກກັບເກ່ັນອາຍຸໃນຂັ້ນປະຖົມແມ່ນ 99%, ມັດທະຍົມຕອນຕົ້ນແມ່ນ 95% ແລະ 80% ຈຳນວນຊາວໜຸ່ມໃນເກ່ັນອາຍຸ, ບັນລຸລະດັບການສຶກສາມັດຖະຍົມຕອນປາຍ ແລະ ທຽບເທົ່າ, ມີ 70% ຈຳນວນເດັກພິການໄດ້ໄປໂຮງຮຽນ.ສຳລັບການສຶກສາດ້ານວິຊາຊີບ ແລະ ສຶກສາມະຫາວິທະຍາໄລ ຈະດັດປັບໂຄງປະກອບຂະແໜງອາຊີບ ແລະ ລະດັບການບຳລຸງສ້າງ, ສູ້ຊົນເຖິງປີ 2020 ອັດຕາສ່ວນຄົນງານຜ່ານການບຳລຸງສ້າງວິສາຊີບ ແລະ ມະຫາວິທະຍາໄລ ບັນລຸປະມານ 70%, ອັດຕາສ່ວນນັກສຶກສາໃນທຸກໆລະບົບຂອງການບຳລຸງສ້າງແມ່ນປະມານແຕ່ 350 – 400 ຄົນໃນຈຳນວນປະຊາຊົນ 1 ໝື່ນຄົນ ແລະ ອື່ນໆ.