ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ Hai Phong

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ Hai Phong - ảnh 1

ທ່າ​ກຳ​ປັ່ນ Lach Huyen-Hai Phong

(ພາບ:ອິນ​ເຕີ​ແນັດ)​

( vovworld ) – ຕອນ​ເຊົ້າ​ວັນ​ທີ 26/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ຜູ້ຕາງໜ້າ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຈຳນວນ 1 ​ໄດ້​ລົງ​ກວດກາ​ເຂດ​ກໍ່ສ້າງ​ທ່າ​ກຳ​ປັ່ນສາກົນ Hai Phong ຢູ່ Lach Huyen ​ເມືອງ Cat Hai ນະຄອນ Hai Phong. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຊີ້​ນຳ​ນະຄອນ​ຈົ່ງ​ໃຫ້​ບຸລິມະສິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນການ​ພັດທະນາ​ອຸດສາຫະກຳ, ໜູນ​ຊ່ວຍ​ດ້ານ​ຕະ​ຫຼາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທຳ​ການ​ຜະລິດ, ດຳ​ເນີນທຸລະ​ກິດ​ໃນ​ບໍລິ​ເວນ, ໜູນ​ຊ່ວຍ​ຄວາມ​ສາມາດ​ສຳ​ພັດ​ກັບ​ທຶນ​ໃຫ້​ແກ່​ວິ​ສາ​ຫະກິດ. ທາງ​ນະຄອນ​ຕ້ອງ​ເພີ່ມທະວີຍົກ​ສູງກຳລັງການຜະລິດ​ຂອງ​ທ່າ​ກຳ​ປັ່ນ, ສ້າງ​ກຳລັງ​ໜູນ ຍູ້​​ແຮງ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ, ພ້ອມ​ກັນນັ້ນນຳ​ໃຊ້​ທ່າ​ໄດ້​ປຽບ​ສະດວກ​ສະບາຍ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ; ຍູ້​ແຮງ​ການ​ພັດທະນາ​ພື້ນ​ຖຸານ​ໂຄງ​ລ່າງ​ເພື່ອ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກໍ່​ສະ​ເໜີ​ໃຫ້​ບັນດາ​ກະຊວງຂະ​ແໜງ​ການ​ສູນ​ກາງ​ຈົ່ງ​ພິຈາລະ​ນາ​ບັນດາ​ຂໍ້​ສະ​ເໜີ​ຂອງ Hai Phong ​ເພື່ອມີ​ມາດ​ຕະການ​ໜູນ​ຊ່ວຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ພັດທະນາ​ຂອງ​ນະຄອນ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຄື: ​ເສັ້ນທາງ​ດ່ວນ Ha Noi-Hai Phong; ຂູດ​ທ່າ​ກຳ​ປັ່ນ Hai Phong. ສູ້​ຊົນ​ນຳ​ໂຄງການ​ທ່າ​ກຳ​ປັ່ນ Lach Huyen-Hai Phong ​ເຂົ້າ​​ເຄື່ອນ​ໄຫວ​ໃນ​ປີ 2016.

​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຢູ່​ເມືອງ Cat Hai, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫຼ່ງນະຄອນ Hai Phong  ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົທຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຮຽກຮ້ອງ​ໃຫ້​ນະຄອນ Hai Phong  ຈົ່ງມານະ​ພະຍາຍາມ, ສຸມ​ໃສ່​ຊີ້​ນຳ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ, ສູ້​ຊົນ​ສຳ​ເລັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ໄດ້​ວາງ​ອອກ​ໃນ​ທັງ​ປີ​ນີ້, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ອຸດສາຫະກຳ-​ກະສິກຳ  ​ແລະ ການ​ບໍລິການ….. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຮຽກຮ້ອງ​ໃຫ້ທາງ​ນະຄອນ​ຕ້ອງ​ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຕະຫຼາດ​ຍີ່ປຸ່ນ ​ແລະ ສ​ເ​ກົາຫຼີ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນໜັກ​ວ່າ:

   “ຕ້​ອງ​ເອົາ​ໃຈ​ໃສ່​ວ່າ ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ຕ້ອງ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສູງ, ​ໃຊ້​ພະລັງງານ​ໜ້ອຍ, ຮັບປະກັນ​ສິ່ງ​ແວດ​ລ້ອມ ​ແລະ ຕ້ອງ​ຜະລິດ​ໄດ້​ບັນດາ​ຜະລິດ​ຕະພັນ​ມີ​ມູນ​ຄ່າ​ເພີ່ມ​ສູງ, ຄື​ແນວນັ້ນຈະ​ປະກອບສ່ວນ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຢ່າງ​ໄວວາ ​ແລະ ມີ​ປະສິດທິ​ຜົນ, ຍົກສູງ​ກຳລັງ​ແກ່ງ​ແຍ້​ງ​ໄດ້….

 

 

 

 

ຂ່າວ/ບົດ​ອື່ນ