ທ່ານນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຕອນບ່າຍວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຢ້ຽມຢາມ ແລະ ເຮັດວຽກຢູ່ຫລາຍສະຖານທີ່ຂອງນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ - ảnh 1 ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ດຳເນີນພິທີການຕີຄ້ອງ

ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ມາຢ້ຽມຢາມພະແນກທຸລະກຳຫຼັກຊັບນະຄອນ ໂຮ່ຈີມິນ ແລະ ດຳເນີນພິທີການຕີຄ້ອງ ເພື່ອເລີ່ມຕົ້ນການທຸລະກຳໃນຕອນບ່າຍຂອງວັນນີ້.

        ແລະກໍ່ໃນຕອນບ່າຍວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ລົງຢ້ຽມຢາມມະຫາວິທະຍາໄລ ໂຕນດຶກທັງ. ກ່າວຄຳເຫັນຕໍ່ໜ້ານັກສຶກສາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໃຫ້ຮູ້ວ່າ: ການາດາ ມີຄວາມນັບຖືທີ່ສຸດກ່ຽວກັບວັດທະນະທຳ ເປັນຫລາຍຮູບຫລາຍສີ ແລະ ຍາມໃດກໍ່ເປີດກ້ວາງສຳລັບນັກສຶກສາທີ່ມີຄວາມມານະພະຍາຍາມຊອກຫາໂອກາດຮ່ຳຮຽນ.

        ແລະກໍ່ໃນຕອນບ່າຍວັນທີ 09 ພະຈິກ, ການນຳນະຄອນໂຮ່ຈີມິນ ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau.

ຕອບກັບ

ຂ່າວ/ບົດ​ອື່ນ