ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ: ຍູ້​ໄວ​ລະ​ດັບຄວາມ​ຄ​ືບ​ໜ້າ, ຮັບ​ປະ​ກັນ​ຄຸ​ນ​ນະ​ພາບ, ຕິດ​ພັນ​ກັບ​ການ​ຕ້ານໄພ​ຫຍໍ້​ທໍ້​, ​ສະ​ແຫວງ​ຫາຜົນ​ປະ​ໂຫຍດເປັນ​ກຸ່ມ​ໃນ​ການ​ລົງ​ທຶນ​​ສາ​ທາ​ລະ​ນະ

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດລະຫວ່າງ ລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການສຳນັກງານຂັ້ນສູນກາງ ແລະ ບັນດາທ້ອງຖິ່ນ ກ່ຽວກັບການຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ປີ 2021. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ: ຍູ້​ໄວ​ລະ​ດັບຄວາມ​ຄ​ືບ​ໜ້າ, ຮັບ​ປະ​ກັນ​ຄຸ​ນ​ນະ​ພາບ, ຕິດ​ພັນ​ກັບ​ການ​ຕ້ານໄພ​ຫຍໍ້​ທໍ້​, ​ສະ​ແຫວງ​ຫາຜົນ​ປະ​ໂຫຍດເປັນ​ກຸ່ມ​ໃນ​ການ​ລົງ​ທຶນ​​ສາ​ທາ​ລະ​ນະ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໄລຍະຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ມີຫຼາຍມາດຕະການຊີ້ນຳຢ່າງຂ້ຽວຂາດ, ລະອຽດ ເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງອອກຫຼາຍໜ້າທີ່, ມາດຕະການ, ສູ້ສົນ ອັດຕາປ່ອຍເງິນລົງທຶນໃນປີ 2021 ບັນລຸກ່ວາ 95% ຕາມແຜນການ, ປະກອບສ່ວນສຳຄັນ ເຂົ້າໃນການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ ໃນສະພາບການໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຈັດຕັ້ງການຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ເພື່ອມີເງື່ອນໄຂເຄື່ອນໄຫວຄືນ ແລະ ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ, ຮຽກຮ້ອງກະກຽມຢ່າງລະອຽດໃຫ້ແກ່ບັນດາໂຄງການ, ຖືກຕ້ອງຕາມຈິດໃຈລົງທຶນ ທີ່ມີຈຸດສຸມ,  ລົງທຶນ ແມ່ນເພື່ອການພັດທະນາ. ສືບຕໍ່ກວດກາຄືນລະບອບລະບຽບການເພື່ອປັບປຸງ, ເພີ່ມເຕີມບາງຂໍ້ກຳນົດຢ່າງທັນການ, ເໝາະສົມກັບສະພາບການ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາຄືນ, ຫຼຸດຜ່ອນລະບຽບການບໍລິຫານໃນລະດັບສູງສຸດ, ໝູນໃຊ້ເຕັກໂນໂລຢີ, ຍູ້ແຮງການຫັນເປັນດີຈີຕອນ ເພື່ອປະຕິບັດລະບຽບການບໍລິຫານຢ່າງລຸ້ລ່ວງ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ