ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງທະຫານປ້ອງກັນຊາຍແດນ

(VOVWORLD) -ໃນສະພາບການໃໝ່ປັດຈຸບັນ, ຮຽກຮ້ອງໃຫ້ເພີ່ມທະວີວຽກງານຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງທະຫານປ້ອງກັນຊາຍແດນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN)

 ຕອນເຊົ້າວັນທີ 02 ມີນາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງທະຫານປ້ອງກັນຊາຍແດນ (3/3/1959 – 3/3/2019) ແລະ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3/3/1989 – 3/3/2019) ແລະ ມອບຫຼຽນໄຊວິລະກໍາທະຫານຊັ້ນໜຶ່ງໃຫ້ທະຫານປ້ອງກັນຊາຍແດນ ໂດຍປະທານປະເທດມອບໃຫ້. ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ບັນດາສະຫາຍຍາມໃດກໍປະຕິບັດທິດນໍາ “ປ້ອມແມ່ນເຮືອນ, ຊາຍແດນແມ່ນບ້ານເກີດ, ພໍ່ແມ່່ປະຊາຊົນບັນດາເຜົ່າເປັນເລືອດເນື້ອເຊື້ອດຽວ” ເປັນຢ່າງດີ ແລະ ຍາມໃດກໍແມ່ນກໍາລັງໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ກໍາແໜ້ນສະພາບການຂອງທ້ອງຖິ່ນ; ປົກປ້ອງປະຊາຊົນ, ປ້ອງກັນຊາຍແດນ; ແລະໄດ້ຮັບການຕີລາຄາສູງຈາກພັກ, ລັດ, ຄະນະ, ຂະແໜງການຂັ້ນຕ່າງໆ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດຊາຍແດນ ແລະ ຕີລາຄາສູງ. ບັນດາລາຍການ, ຂະບວນການຕ່າງໆ ໂດຍທະຫານປ້ອງກັນຊາຍແດນປຸກລະດົມ ບັນລຸປະສິດທິຜົນດີ, ມີລັກສະນະວັດທະນະທໍາມະນຸດ ແລະ ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ.”

        ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ໃນສະພາບການໃໝ່ປັດຈຸບັນ, ຮຽກຮ້ອງໃຫ້ເພີ່ມທະວີວຽກງານຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດ. ທ່ານ ສະເໜີວ່າ ທະຫານຊາຍແດນ ຄວນຊາບຊືມຢ່າງເລິກເຊິ່ງກວ້າງຂວາງ, ສຸມໃສ່ປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດ, ຍຸດທະສາດປ້ອງກັນຊາຍແດນແຫ່ງຊາດ, ລາຍການເຄື່ອນໄຫວ, ບັນດາແຜນຮ່າງ  ໃຫ້ເປັນຢ່າງດີ, ຄົບຊຸດ ແລະ ມີປະສິດທິຜົນ ດ້ວຍບັນດາມາດຕະການ, ການກະທໍາທີ່ແທດຈິງ, ລະອຽດ ແລະ ທັນການ. ພ້ອມກັນນັ້ນ ແມ່ນປະຕິບັດວຽກງານໂຄສະນາ, ສຶກສາ, ຍົກສູງຄວາມຮູ້, ຄວາມຮັບຜິດຊອບ, ສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງ ກ່ຽວກັບແນວຄິດ, ການກະທໍາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວລະບົບການເມືອງ ໃນການປ້ອງກັນຊາຍແດນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ