ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບພະຍາດໂຄວິດ-19

(VOVWORLD) - ຕອນເຊົ້າວັນທີ 07 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບພະຍາດໂຄວິດ-19 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ:VGP)

  ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີການນຳບັນດາກະຊວງ, ຂະແໜງການ ແລະ ແຂວງ, ນະຄອນຈຳນວນໜຶ່ງພາຍໃນປະເທດ.   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກເຖິງຈິດໃຈເດັດຂາດ, ບໍ່ຄວນປະໝາດຕໍ່ໂລກລະບາດ. ທ້ອງຖິ່ນໃດ ບໍ່ມີຄວາມຮັບຜິດຊອບ, ບໍ່ປະຕິບັດແຜນນະໂຍບາຍປ້ອງກັນໂລກລະບາດໃນປະຈຸບັນໃຫ້ເປັນຢ່າງດີນັ້ນ ຈະຖືກກວດກາ, ລົງໂທດຢ່າງເຂັ້ມງວດ.

        ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: ບັນດາກະຊວງ, ຂະແໜງການ, ປະຊາຊົນຄວນມີຄວາມທຸ່ນທ່ຽງ, ຮັບຟັງສະພາບການ, ພິເສດແມ່ນການຄາດຄະເນຂອງຄະນະຊີ້ນຳແຫ່ງຊາດ, ຈາກນັ້ນ ຍົກອອກບັນດາມາດຕະການທີ່ດີກ່ວາ, ບັນດາຄວາມຮຽກຮ້ອງເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ທັນການກ່ວາ, ປຸກລະດົມ, ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ.

        ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນໍາວ່າ:

        “ຊາບຊຶມນໍ້າໃຈມີປະຕິກິລິຍາໄວ ແລະ ມີປະສິດທິຜົນ, ລະດົມທຸກແຫຼ່ງກໍາລັງ, ປະສານສົມທົບກັນໃຫ້ເປັນຢ່າງດີ ແລະ ມີຄວາມນີ້ມນວນລະຫວ່າງບັນດາກໍາລັງຕ້ານໂລກລະບາດ. ຕັດສິນໃຈຈໍາກັດ ແລະ ຄວບຄຸມຄວາມໄວຂອງການແຜ່ລະບາດໃຫ້ຢູ່ໃນລະດັບຕໍ່າສຸດ. ໃນນັ້ນ, ຮຽກຮ້ອງໃຫ້ບັນດາຮາກຖານສາທາລະນະສຸກພາຍໃຕ້ການນໍາພາຂອງກະຊວງສາທາລະນະສຸກ ຕ້ອງມີມາດຕະການບໍ່ຄວນປະໝາດ ເພື່ອບໍ່ປະໃຫ້ໂລກລະບາດແຜ່ລາມຈາກໂຮງໝໍແຫ່ງຕ່າງໆ. ພວກເຮົາບໍ່ພຽງແຕ່ຕ້ານການແຜ່ລະບາດເທົ່ານັ້ນ ຫາກຍັງຕ້ອງປ້ອງກັນພະນັກງານການແພດ ບໍ່ປະໃຫ້ຕິດເຊື້ອພະຍາດ ອີກດ້ວຍ. ຈໍາກັດບໍລິເວນກັກຕົວຢູ່ບ່ອນແຜ່ເຊື້ອຢ່າງເຂັ້ມງວດ. ການກວດວິໄຈຫາເຊື້ອໄວ ແລະ ຊັດເຈນ ແມ່ນຂໍກຸນແຈເພື່ອສະກັດກັ້ນໂລກລະບາດແຜ່ລາມ”.

ຕອບກັບ

ຂ່າວ/ບົດ​ອື່ນ