ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ລັກ

(VOVWORLD) -ພາຍຫຼັງກອງປະຊຸມໂອ້ລົມສົນທະນາກັບຊາວກະສິກອນທາງພາກກາງ - ໄຕງວຽນ, ຕອນຄ່ຳວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງດັກລັກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ລັກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ:VGP) 

ເມື່ອມີຄຳແນະນຳບັນດາມາດຕະການພັດທະນາໃຫ້ແກ່ແຂວງດັກລັກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງການສ້າງແຜນການພັດທະນາເສດຖະກິດ - ສັງຄົມ 2021 ເພື່ອຍົກສູງຂອບຂະໜາດ, ຄຸນນະພາບພື້ນຖານເສດຖະກິດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການຕໍ່ສູ້ຢ່າງມີປະສິດທິຜົນ, ເຮັດໃຫ້ບັນດາກົນອຸບາຍ ມ້າງທຳລາຍຂອງບັນດາກຳລັງເປັນປໍລະປັກປະຊາໄຊ. ພ້ອມກັນນັ້ນ ແມ່ນປະຕິບັດວຽກງານວາງແຜນກຳນົດການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນເປັນໃຈກາງຂອງເຂດໄຕງວຽນ, ຍູ້ແຮງສະມັດຕະພາບຂອງກະສິກຳ ແລະ ເອົາໃຈໃສ່ເປັນພິເສດເຖິງການດັດປັບ, ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄ້ວາການກໍ່ສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ແຂວງດັກລັກກັບບັນດາເຂດເສດຖະກິດຈຸດສຸມຂອງປະເທດຊາດໃຫ້ສຳເລັດ.

ທີ່ການເຮັດວຽກ, ຕາງໜ້າໃຫ້ຂະແໜງທະນາຄານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ມອບເຮືອນ 100 ຫຼັງໃຫ້ແກ່ຜູ້ທຸກຍາກ, ແຕ່ລະຫຼັງມີມູນຄ່າ 70 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ