ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວປາໄສໄຂ WEF ອາຊີຕາເວັນອອກ 2013
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ທີ່ເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013
(ພາບ : vietnam.net)
|
Vovworld- “ ການຫັນປ່ຽນມຸ່ງໄປສູ່ການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” , ນັ້ນແມ່ນຫົວຂໍ້ຂອງເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013 ຊຶ່ງຖືກໄຂຂຶ້ນຢ່າງເປັນທາງການເມື່ອຕອນບ່າຍວັນທີ 6/6 ຢູ່ ນະຄອນຫຼວງ Naypyidaw ປະເທດມຽນມາ. ກ່າວຄຳເຫັນທີ່ວາລະໄຂ ຂໍ້ຂອງເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ ສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງຂະບວນການວິວັດແຫ່ງການຫັນເປັນໂລກາພິວັດ, ນັ້ນແມ່ນຄວາມມານະພະຍາຍາມເພີ່ມທະວີການຮ່ວມມື, ເຊື່ອມຈອດ ແລະ ຮ່ວມສຳພັນເສດຖະກິດລະຫວ່າງບັນດາປະເທດອາຊຽນຫຼືພາກພື້ນແມ່ນ້ຳຂອງ, ເປັນຕົນແມ່ນການສ້າງບັນດາແລວເສດຖະກິດຂ້າມຊາດ, ຜູກຮັດລະຫວ່າງພາກພື້ນອາຊີໃຕ້, ອາຊີກາງ ກັບອາຊີຕາເວັນອອກ, ລະຫວ່າງມະຫາສະໝຸດອີນເດຍ ແລະ ປາຊີຟິກ. ນີ້ແມ່ນປັດໄຈສຳຄັນຊຶ່ງບໍ່ວ່າວິສາຫະກິດແຫ່ງໃດຫວັງເປີດກ້ວາງຕະຫຼາດ ກໍຍາກທີ່ຈະພາດໂອກາດໄດ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ : “ ຂ້າພະເຈົ້າຮຽກຮ້ອງບັນດາວິສາຫະກິດລົງທຶນເຂົ້າບັນດາໂຄງການພັດທະນາເສດຖະກິດສັງຄົມຢູ່ບັນດາທ້ອງຖິ່ນລຽບຕາມແລວເສດຖະກິດເພື່ອຜົນປະໂຫຍດຂອງວິສາຫະກິດ, ຂອງປະຊາຄົມ, ແລະຂອງທັງພາກພື້ນ. ລັດຖະບານຫວຽດນາມພ້ອມແລ້ວຈະສົນທະນາກັບວິສາຫະກິດ ເພື່ອສືບຕໍ່ປົວແປງ ແລະ ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ອຳນວຍຄວາມສະດວກ ແລະ ຮັບປະກັນຜົນປະໂຫຍດຂອງທຸກໆຝ່າຍ. ຂ້າພະເຈົ້າສະເໜີບັນດາປະເທດລຽບຕາມແລວເສດຖະກິດ ແລະ ບັນດາຄູ່ຮ່ວມມືພັດທະນາຈົ່ງເພີ່ມທະວີການຮ່ວມມືຍິ່ງກ່ວາອີກ: ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄ່າຢ່າງທັນການ, ພ້ອມທັງຊຸກຍູ້ການພັດທະນາຂອລແລວເສຖະກິດ”