ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: VneID ແມ່ນ​ໂປ​ຼ​ແກຼມ ພົນ​ລະ​ເມືອງດີ​ຈີ​ຕອນ​ແຫ່ງ​ຊາດ

(VOVWORLD) -ໃນ 6 ເດືອນຕົ້ນ ປີ 2022, ແຜນຮ່າງ 06 ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນ ແລະ ວິສາຫະກິດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: VneID ແມ່ນ​ໂປ​ຼ​ແກຼມ ພົນ​ລະ​ເມືອງດີ​ຈີ​ຕອນ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 9 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ໄດ້ເປັນປະທານກອງປະຊຸມແບບທາງໄກທົ່ວປະເທດ ສະຫຼຸບ 6 ເດືອນແຫ່ງການຜັນຂະຫຍາຍແຜນຮ່າງພັດທະນາການໝູນໃຊ້ຖານຂໍ້ມູນກ່ຽວກັບຊຸມຊົນ, ກຳນົດຊື່ນາມສະກູນ ແລະ ການຢັ້ງຢືນທາງເອເລັກໂຕນິກ ຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2020 – 2025, ວິໄສທັດຮອດປີ 2030 (ແຜນຮ່າງ 06). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ໃນ 6 ເດືອນຕົ້ນ ປີ 2022, ແຜນຮ່າງ 06 ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນ ແລະ ວິສາຫະກິດ.

        “ແຜນຮ່າງນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ, ປະກອບສ່ວນປະຕິຮູບລະບຽບການບໍລິຫານ, ພິເສດແມ່ນຊ່ວຍໃຫ້ປະຊາຊົນມີເງື່ອນໄຂສະດວກທີ່ສຸດໃນການແກ້ໄຂລະບຽບການບໍລິຫານ, ໂດຍຜ່ານສະພາບແວດລ້ອມເອເລັກໂຕນິກ, ຜ່ານສະພາບແວດລ້ອມດີຈີຕອນ ແລະ ຈາກຄວາມລຶ້ງເຄີຍໃນການໃຊ້ເຈ້ຍເອກະສານ, ເຮັດວຽກຢູ່ຫ້ອງການ, ສຳນັກງານ ຫັນໄປສູ່ການເຮັດວຽກຢູ່ທຸກທີ່ທຸກບ່ອນ ໃນສະພາບແວດລ້ອມດີຈີຕອນນີ້ ແມ່ນສັບສົນ ແລະ ຫຍຸ້ງຍາກຫຼາຍ. ເພາະສະນັ້ນ, ພວກເຮົາຕ້ອງມີຄວາມຕັດສິນໃຈສູງ, ມີຄວາມມານະພະຍາຍາມຢ່າງສູງ ແລະ ຕ້ອງມີການກະທຳຢ່າງຂ້ຽວຂາດຈຶ່ງສຳເລັດ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: VneID ແມ່ນ​ໂປ​ຼ​ແກຼມ ພົນ​ລະ​ເມືອງດີ​ຈີ​ຕອນ​ແຫ່ງ​ຊາດ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ໃນກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ປະກາດ ໂປຼແກຼມ VneID ແມ່ນໂປຼແກຼມພົນລະເມືອງດີຈີຕອນແຫ່ງຊາດຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ມອບໃຫ້ກະຊວງຕຳຫຼວດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີແຜນການເພື່ອນຳບັນດາຄຸນລັກສະນະທີ່ເປັນປະໂຫຍດເຂົ້າໃນໂປຼແກຼມນີ້, ພ້ອມທັງເພີ່ມທະວີວຽກງານໂຄສະນາເຜີຍແຜ່ເພື່ອໃຫ້ປະຊາຊົນ ຍາມໃດກໍມີຄວາມເຊື່ອໝັ້ນນຳໃຊ້. ສູ້ຊົນຮອດທ້າຍປີ 2022, ຕົ້ນປີ 2023 ຈະມີປະຊາຊົນປະມານ 3 ຫາ 5 ລ້ານຄົນນຳໃຊ້ໂປຼແກຼມນີ້.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ