ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​​ກັບປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຈີນ

(VOVWORLD) - ຕອນບ່າຍວັນທີ 25 ມິຖຸນາ, ພາຍຫຼັງໄປຮອດນະຄອນຫຼວງ ປັກກິ່ງ ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີຜູ້ນຳໜ້າ ຄັ້ງທີ 14 ຂອງເວທີໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະໂອ້ລົມກັບພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ຈີນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​​ກັບປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ພ້ອມທັງໂຄສະນາພາບພົດຂອງປະເທດຊາດ, ດຶງດູດການລົງທຶນເຂົ້າ ຫວຽດນາມ ຫຼາຍກວ່າອີກ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພວມຮັກສາທ່າອ່ຽງພັດທະນາ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ການຢ້ຽມຢາມນີ້ ຈະປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດເປັນລະອຽດ ແລະ ເລິກເຊິ່ງກວ່າອີກ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ຈະສືບຕໍ່ເປັນຂົວຕໍ່ສໍາຄັນແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ແລະ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ປະເທດຊາດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ